“ໂບອິ້ງ” ປະກາດປົດພະນັກງານ 6.000 ກວ່າຄົນ

ບໍລິສັດ ໂບອິ້ງ ປະກາດປົດພະນັກງານ 6.770 ຄົນ ໃນວັນທີ 27 ພຶດສະພາ, ຂະນະທີ່ອຸດສາຫະກຳການບິນໄດ້ຮັບຜົນກະທົບຈາກມາດຕະການລ໋ອກດາວຂອງລັດຖະບານ ເຊິ່ງເຮັດໃຫ້ມີການຈຳກັດການເດີນທາງລະຫວ່າງປະເທດເພື່ອສະກັດການແຜ່ລະບາດຂອງໄວຣັສໂຄວິດ-19.

ນອກຈາກນີ້ ໂບອິ້ງ ໃຫ້ຮູ້ວ່າ: ບໍລິສັດໄດ້ອະນຸມັດໃຫ້ພະນັກງານຈຳນວນ 5.520 ຄົນໃນສະຫະລັດອາເມລິກາລາອອກຕາມໂຄງການລາອອກໂດຍສະຫມັກໃຈ.

ກ່ອນໜ້ານີ້ ໂບອິ້ງປະກາດວ່າຈະຫລຸດພະນັກງານຈຳນວນ 10% ຜ່ານທາງໂຄງການລາອອກໂດຍສະຫມັກໃຈ ແລະ ການປົດອອກຈາກວຽກ.

ຂະນະນີ້ ໂບອິ້ງມີພະນັກງານທັງໝົດຫລາຍກວ່າ 160.000 ຄົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ