ອິດສະລາແອນໂຈມຕີໂຮງຮຽນຢູ່ພາກກາງຂອງກາຊາ ມີເຈົ້າໜ້າທີ່ UN ເສຍຊີວິດ

     ໂຮງຮຽນແຫ່ງໜຶ່ງຕັ້ງຢູ່ທາງພາກກາງຂອງເຂດກາຊາ ໄດ້ຮັບຄວາມເສຍຫາຍຈາກການໂຈມຕີໂດຍອິດສະລາແອນ ເຊິ່ງຂ້າຊີວິດເຈົ້າໜ້າທີ່ UN ນໍາຫລາຍຄົນ.

     ວັນທີ 12 ກັນຍາ, ສໍານັກງານປ້ອງກັນໄພພົນລະເຮືອນແຫ່ງເຂດກາຊາ ລາຍງານວ່າ: ກອງທັບອິດສະລາແອນປະຕິບັດການໂຈມຕີທາງອາກາດ ສ້າງຄວາມເສຍຫາຍຢ່າງໜັກໃຫ້ໂຮງຮຽນອັລ-ຈາວນີ ໃນເມືອງນູໄຊຣັດ ທາງພາກກາງຂອງເຂດກາຊາ ໃນວັນທີ 11 ກັນຍາຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ໃນຈໍານວນນີ້ຢ່າງໜ້ອຍ 2 ຄົນ ເປັນເຈົ້າໜ້າທີ່ຂອງສໍານັກງານບັນເທົາທຸກ ແລະ ຈັດຫາວຽກຂອງສະຫະປະຊາຊາດ ສໍາລັບຜູ້ລີ້ໄພປາແລັສຕິນຢູ່ຕາເວັນອອກໃກ້ (UNRWA).

     ເຖິງຢ່າງໃດກໍຕາມ, ລາຍງານຂອງ UNRWA ລະບຸວ່າ: ມີເຈົ້າໜ້າທີ່ເສຍຊີວິດຈາກເຫດການຄັ້ງນີ້ຢ່າງໜ້ອຍ 6 ຄົນ ເຊິ່ງເປັນການສູນເສຍບຸກຄະລາກອນຂອງ UNRWA ໃນຍາມສົງຄາມຫລາຍທີ່ສຸດໃນເທື່ອດຽວ.

     ສ່ວນກອງທັບອິດສະລາແອນຍັງບໍ່ມີຄວາມເຫັນຢ່າງເປັນທາງການກ່ຽວກັບການໂຈມຕີທີ່ເກີດຂຶ້ນ, ແຕ່ປະຕິບັດການທາງທະຫານຂອງກອງທັບອິດສະລາແອນມຸ້ງເປົ້າໂຈມຕີໂຮງຮຽນຢູ່ເຂດກາຊາເລື້ອຍໆໃນໄລຍະຜ່ານມາ ໂດຍອິດສະລາແອນໃຫ້ເຫດຜົນວ່າ: ກຸ່ມຮາມັດໃຊ້ສະຖານທີ່ເຫລົ່ານັ້ນເປັນບ່ອນລີ້ຊ້ອນ ແລະ ເປັນສາງອາວຸດ.