ທ່ານ ທຣຳ ສະເໜີຊື່ນາງ ເອມີ ໂຄນີ ບາເຣດ ເປັນຜູ້ພິພາກສາສານສູງສຸດຄົນໃໝ່

ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໄດ້ສະເໜີຊື່ນາງ ເອມີ ໂຄນີ ບາເຣດ ຜູ້ພິພາກສາອຸທອນຝ່າຍອະນຸລັກນິຍົມ ດຳລົງຕຳແໜ່ງຜູ້ພິພາກສາສານສູງສຸດຄົນໃໝ່ແທນນາງ ຣູ ເບເດີ ກິນສເບິກ ຜູ້ພິພາກສາຝ່າຍເສລີນິຍົມ ເຊິ່ງເສຍຊີວິດດ້ວຍພະຍາດມະເຣັງ.
ທ່ານ ທຣຳ ກ່າວວ່າ: ນາງ ບາເຣດ ເປັນແມ່ຍິງທີ່ມີສະຕິປັນຍາສູງ, ມີຄວາມຈົງຮັກພັກດີຕໍ່ລັດຖະທຳມະນູນຢ່າງເດັດດ່ຽວ ແລະ ພິພາກສາໂດຍການພິຈາລະນາກົດໝາຍຢ່າງຍຸຕິທຳເທົ່ານັ້ນ.
ທ່ານ ທຣຳ ຍັງເລົ່າເຖິງປະຫວັດການສຶກສາ ແລະ ການເຮັດວຽກຂອງນາງ ບາເຣດ ພ້ອມກ່າວເຖິງລູກຂອງນາງທັງ 7 ຄົນ ແລະ ຍັງໄດ້ຍ້ອງຍໍການພົວພັນຂອງນາງກັບອະດີດຜູ້ພິພາກສາສານສູງສຸດ ແອນໂທນິນ ສະກາເລີຍ ເຊິ່ງນາງ ບາເຣດ ເຄີຍເປັນນິຕິກອນປະຈຳຕົວ.
ທ່ານ ທຣຳ ສະເໜີຊື່ນາງ ບາເຣດ ຕໍ່ໜ້າຜູ້ເຂົ້າຮ່ວມພິທີ ເຊິ່ງລວມທັງພັນລະຍາໝ້າຍຂອງອະດີດຜູ້ພິພາກສາ ສະກາເລຍ, ວຸດທິສະມາຊິກພັກຣີພັບບລິກັນຫລາຍຄົນ ແລະ ສື່ຝ່າຍອະນຸລັກນິຍົມ.
ສ່ວນນາງ ບາເຣດ ກ່າວໃນລະຫວ່າງຮັບການສະເໜີຊື່ວ່າ: ຜູ້ພິພາກສາແບບໃດທີ່ນາງຈະເປັນ, ແຕ່ບໍ່ໄດ້ໃຫ້ລາຍລະອຽດສະເພາະເຈາະຈົງ.
ທັງນີ້, ຖ້າວຸດທິສະພາລົງມະຕິຮັບຮອງນາງ ບາເຣດ ອາຍຸ 48 ປີ ໃຫ້ດຳລົງຕຳແໜ່ງຜູ້ພິພາກສາສານສູງສຸດ ກໍມີຄວາມເປັນໄປໄດ້ວ່າ ນາງຈະໄດ້ຢູ່ໃນຕຳແໜ່ງນີ້ໄປອີກຫລາຍສິບປີ ເນື່ອງຈາກຜູ້ພິພາກສາເປັນຕຳແໜ່ງຕະຫລອດຊີບ ຍົກເວັ້ນແຕ່ຜູ້ພິພາກສາຄົນນັ້ນໆ ຈະຕັດສິນໃຈເຂົາຮັບບຳນານ.
ການສະເໜີຊື່ນາງ ບາເຣດ ເປັນຜູ້ພິພາກສາສານສູງສຸດຄົນໃໝ່ເກີດຂຶ້ນໃນໄລຍະເວລາທີ່ສຳຄັນ ເນື່ອງຈາກເຫລືອເວລາອີກພຽງເດືອນດຽວກໍຈະຮອດມື້ເລືອກຕັ້ງປະທານາທິບໍດີ ໃນວັນທີ 3 ພະຈິກນີ້. ຂະນະທີ່ທ່ານ ທຣຳ ໄດ້ອອກມາຕັ້ງຄຳຖາມກ່ຽວກັບຄວາມໂປ່ງໃສຂອງການເລືອກຕັ້ງເລື້ອຍໆ ອີກທັງຍັງບໍ່ຮັບປາກວ່າຈະປ່ຽນຖ່າຍອຳນາດຢ່າງສັນຕິ ຖ້າທ່ານເສຍໄຊການເລືອກຕັ້ງ.
ທ່ານເວົ້າຫລາຍເທື່ອວ່າ: ສານສູງສຸດຈຳເປັນຕ້ອງມີຜູ້ພິພາກສາຄົບ 9 ຄົນກ່ອນມື້ເລືອກຕັ້ງ ເພາະສານອາດຕ້ອງເຮັດໜ້າທີ່ພິຈາລະນາຕັດສິນກ່ຽວກັບຄວາມຖືກຕ້ອງຕາມກົດໝາຍຂອງບັດລົງຄະແນນເລືອກຕັ້ງທາງໄປສະນີທ່າມກາງການລະບາດຂອງໂຄວິດ-19.
ການທີ່ປະທານາທິບໍດີ ທຣຳ ປະກາດສະເໜີຊື່ຜູ້ພິພາກສາສານສູງສຸດຄົນໃໝ່ກ່ອນມື້ເລືອກຕັ້ງ ສ້າງຄວາມບໍ່ພໍໃຈໃຫ້ແກ່ຝ່າຍເດໂມແຄຣດ ເນື່ອງຈາກຢ້ານວ່າດຸນອຳນາດໃນສານດີກາອາເມລິກາ ເຊິ່ງຜູ້ພິພາກສາທີ່ມີແນວຄິດອະນຸລັກນິຍົມຄອງສຽງສ່ວນຫລາຍມາຍາວນານນັ້ນຈະຍິ່ງໂອນເອນໄປທາງພັກຣີພັບບລິກັນ ເຊິ່ງມີແນວຄິດອະນຸລັກນິຍົມເຊັ່ນກັນ.
ທັງນີ້ ການຖ່ວງດຸນອຳນາດໃນານດີກາ ເຊິ່ງປະກອບມີສະມາຊິກ 9 ຄົນ ມີຄວາມສຳຄັນຢ່າງຍິ່ງຕໍ່ການຕັດສິນຊີ້ຂາດກ່ຽວກັບບັນຫາຕ່າງໆທີ່ມີຄວາມສຳຄັນທີ່ສຸດໃນກົດໝາຍອາເມລິກາ ໂດຍນາງ ບາເຣດ ຖືເປັນຜູ້ພິພາກສາສານສູງສຸດຄົນທີ 3 ທີ່ທ່ານ ທຣຳ ສະເໜີຊື່ ແລະ ຖ້ານາງໄດ້ຮັບການລົງມະຕິຮັບຮອງໂດຍວຸດທິສະພາ ຈະເຮັດໃຫ້ຝ່າຍອະນຸລັກນິຍົມຄອງອຳນາດໃນການຕັດສິນໃຈທີ່ສຳຄັນໃນສານສູງສຸດຕໍ່ໄປອີກຫລາຍສິບປີ.
ໜຶ່ງໃນກົດໝາຍສຳຄັນທີ່ສານສູງສຸດຕ້ອງພິຈາລະນາຄື Affordable Care Act ຫລື ໂອບາມາແຄຣ ໂດຍກ່ອນໜ້ານີ້ມີຄວາມພະຍາຍາມ 2 ເທື່ອຈາກຝ່າຍຄັດຄ້ານກົດໝາຍສະບັບນີ້ ເຊິ່ງຍື່ນເລື່ອງໃຫ້ສານສູງສຸດພິຈາລະນາຄວາມຖືກຕ້ອງທາງກົດໝາຍ ແລະ ໃນວັນທີ 10 ພະນິກນີ້ ຫລື ພຽງ 1 ອາທິດຫລັງການເລືອກຕັ້ງປະທານາທິບໍດີ ສານສູງສຸດມີກຳນົດຮັບຟັງຂໍ້ມູນຈາກຝ່າຍຄັດຄ້ານກົດໝາຍ ເຊິ່ງຖືເປັນການທ້າທາຍກົດໝາຍໂອບາມາແຄຣເປັນຄັ້ງທີ 3 ແລະ ກຳລັງກາຍເປັນຈຸດສົນໃຈອີກ ເພາະເກີດຂຶ້ນຫລັງການເສຍຊີວິດຂອງນາງ ຣູ ເບເດີ ກິນສເບິກ ເຊິ່ງເປັນຜູ້ພິພາກສາຝ່າຍເສລີນິຍົມ.
ສຳລັບນາງ ບາເຣດ ເປັນສະມາຊິກຂອງສານອຸທອນ 7th Circuit Court of Appeals ເຊິ່ງຕັ້ງຢູ່ໃນຊິກາໂກ ແລະ ຮັບຜິດຊອບຄະດີການຄວບຄຸມລັດອິລລິນອຍ, ອິນດີແອນາ ແລະ ວິສຄອນຊິນ ໂດຍນາງເປັນນັກອະນຸລັກນິຍົມຜູ້ເຄັ່ງສາສະໜາ ແລະ ເປັນທີ່ຮູ້ຈັກຈາກການສະແດງຄວາມເຫັນເລື່ອງການຕໍ່ຕ້ານການເອົາລູກອອກ.
ນາງ ບາເຣດ ຈົບການສຶກສາຈາກ Notre Dame Law School ໃນລັດອິນດີແອນາ ແລະ ບາງຄັ້ງນາງຍັງຮັບໜ້າທີ່ເປັນອາຈານພິເສດຢູ່ບ່ອນນີ້ນຳ, ນາງເກີດຢູ່ເມືອງນິວອໍລີນ ລັດລຸຍເຊຍນາ ແລະ ປັດຈຸບັນອາໄສຢູ່ລັດອິນດີແອນາກັບຜົວ ເຈສຊີ ເອັມ. ບາເຣດ.

