ທ່ານນາຍົກລັດຖະມົນຕີ ຢ້ຽມຢາມແຂວງບໍ່ແກ້ວ

ໃນວັນທີ 3 ພະຈິກນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ເຊິ່ງມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ແລະ ຄະນະນຳແຂວງ, ພ້ອມດ້ວຍປະຊາຊົນຊາວແຂວງບໍ່ແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ລາຍງານສະພາບການຕ່າງໆແຫ່ງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາໃຫ້ທ່ານນາຍົກຊາບວ່າ: ແຂວງໄດ້ສຸມໃສ່ຊີ້ນໍາປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ພ້ອມກັນເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກແຂວງ ຕາມຄໍາຂອງກົມການເມືອງສູນກາງພັກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ ເຮັດໃຫ້ເສດຖະກິດຂອງແຂວງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຖືກທິດ ຄືປີ 2017 ນີ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ກວ່າ 2.400 ຕື້ກີບ, ຂະຫຍາຍຕົວໃນລະດັບ 7,3%, ລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ 1.652 ໂດລາສະຫະລັດຕໍ່ປີ, ທຽບໃສ່ແຜນການປະຕິບັດໄດ້ 93%, ການລົງທຶນຂອງລັດທີ່ໄດ້ຮັບການອະນຸມັດຈາກສະພາແຫ່ງຊາດມີ 120 ໂຄງການ ມີມູນຄ່າຫລາຍກວ່າ 113 ຕື້ກີບ, ສາມາດຈັດຕັ້ງປະຕິບັດຕົວຈິງ 104 ໂຄງການ ຕົກເປັນມູນຄ່າ 37 ກວ່າຕື້ກີບ ເທົ່າກັບ 90% ຂອງແຜນການປີ; ໃນ 10 ເດືອນຕົ້ນປີນີ້ ສາມາດຈັດເກັບລາຍຮັບໄດ້ 68 ຕື້ກວ່າກີບ ເທົ່າກັບ 74,29% ຂອງແຜນການປີ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ຄະນະພັກ-ຄະນະນຳແຂວງ ແລະ ປະຊາຊົນແຂວງບໍ່ແກ້ວຍາດມາໄດ້ ເຮັດໃຫ້ແຂວງມີໃບໜ້າອັນໃໝ່ຂຶ້ນມາຢ່າງຫຼວງຫຼາຍ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ອັນເປັນຜົນກະທົບທັງດ້ານບວກ ແລະ ດ້ານລົບຕໍ່ປະເທດເຮົາ. ຍົກໃຫ້ເຫັນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຊຸມປີທີ່ຜ່ານມາຂອງຄະນະລັດຖະບານຊຸດທີ 8 ແລະ ສຳລັບປີ 2018 ຈະມາເຖິງນີ້, ປະເທດເຮົາຍັງມີສິ່ງທ້າທາຍຕ່າງໆທີ່ຈະຕ້ອງໄດ້ເອົາໃຈໃສ່ ເປັນຕົ້ນການແກ້ໄຂຄວາມທຸກຍາກ ໃນໄລຍະ 2 ປີຕໍ່ໜ້າ ຈະຕ້ອງໄດ້ມີການສະຫຼຸບຕີລາຄາຄືນ. ໃນຂະນະທີ່ ດ້ານເສດຖະກິດກໍຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍປະການ. ດັ່ງນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ພ້ອມກັນແກ້ໄຂບັນດາກົນໄກ ແລະ ກວດກາຄືນການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດ ຖ້າຕິດຂັດຢູ່ຈຸດໃດໃຫ້ແກ້ໄຂຢູ່ຈຸດນັ້ນກ້າວໄປສູ່ການບໍລິຫານວຽກງານໃຫ້ດີຂຶ້ນ; ສ່ວນແຂວງບໍ່ແກ້ວ ເປັນແຂວງທີ່ໄດ້ສ້າງພື້ນຖານອັນໜັກແໜ້ນ ແລະ ມີເງື່ອນໄຂສະດວກຫຼາຍດ້ານ ກໍຂໍໃຫ້ເປັນຕົວຢ່າງໃນການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄືແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ ອັນເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ; ໃຫ້ພ້ອມກັນປົດປ່ອຍສິ່ງທີ່ຕິດຂັດ ໂດຍການຈັດຕັ້ງປະຕິບັດ 3 ເປີດ ຄື: ເປີດປະຕູ, ເປີດສິ່ງກີດຂວາງ ແລະ ເປີດໃຈ ເພື່ອດຶງດູດການລົງທຶນ, ແຕ່ກໍຕ້ອງມີການຕິດຕາມກວດກາຄືນໃນບັນດາໂຄງການລົງທຶນເຫຼົ່ານັ້ນ ເພື່ອເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍສະເພາະປະຊາຊົນຢູ່ໃນທ້ອງຖິ່ນ; ຊຸກຍູ້ໃຫ້ເຂົາເຈົ້າຮູ້ທຳມາຫາກິນດ້ວຍວິທີການໃໝ່ ຮູ້ທຳການຜະລິດ-ຮູ້ຄ້າຂາຍຕາມກົນໄກຕະຫຼາດ, ປົດປ່ອຍການຮັກສາເດີມໄປສູ່ແນວຄິດໃໝ່ຢ່າງມີຜົນສຳເລັດ.

