ຮອງນາຍົກ ສອນໄຊ ສີພັນດອນ ຢ້ຽມຢາມໂຮງໝໍມິດຕະພາບຫລັງໃໝ່.


ໃນທ້າຍອາທິດຜ່ານມານີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ພ້ອມຄະນະ ໄດ້ໄປຢ້ຽມຢາມໂຮງໝໍມິດຕະພາບຫລັງໃໝ່, ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານແພດໝໍໂຮງໝໍດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຮັບຟັງລາຍງານຈາກຜູ້ອໍານວຍການໂຮງໝໍແຫ່ງນີ້ວ່າ: ໂຮງໝໍມິດຕະພາບຫລັງນີ້ຕັ້ງຢູ່ດ້ານຫລັງອາຄານໂຮງໝໍມິດຕະພາບຫລັງເກົ່າ ແລະ ສ້າງສໍາເລັດໃນປີ 2018 ຜ່ານມາ, ໂດຍນໍາໃຊ້ເງິນກູ້ຈາກລັດຖະບານໂອຕຣິດໃນມູນຄ່າ 112 ລ້ານກວ່າເອີໂຣ ຫລືປະມານພັນກວ່າຕື້ກີບ, ເປັນອາຄານສູງ 4 ຊັ້ນ ແລະ ມີອຸປະກອນການແພດທີ່ທັນສະໄໜຄົບຊຸດ ເພື່ອຮັບໃຊ້ໃຫ້ແກ່ວຽກງານການປິ່ນປົວ ເຊັ່ນ: ຫ້ອງຜ່າຕັດ, ທີຊີສະແກນ, ວິເຄາະ-ເຄມີບໍາບັດ, ປິ່ນປົວຫົວໃຈ, ລໍາໄສ້ ແລະ ສາມາດຮອງຮັບຄົນເຈັບໄດ້ກວ່າ 300 ຕຽງ. ປັດຈຸບັນມີພະນັກງານແພດໝໍປະຈໍາປະມານ 100 ກວ່າຄົນ, ແຕ່ໃນຕົວຈິງແລ້ວແມ່ນມີຄວາມຕ້ອງການບຸກຄະລາກອນແພດໝໍ ແລະ ພະຍາບານປະມານ 400-450 ຄົນຈຶ່ງພຽງພໍກັບການບໍລິການປີ່ນປົວຄົນເຈັບຂອງໂຮງໝໍແຫ່ງນີ້.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະນໍາຂອງໂຮງໝໍມິດຕະພາບເອົາໃຈໃສ່ພັດທະນາດ້ານບຸກຄະລາກອນແພດໝໍໃຫ້ມີຄວາມຊ່ຽວຊານໃນການປິ່ນປົວຄົນເຈັບໃຫ້ດີ, ໂດຍສະເພາະຮູ້ຈັກນໍາໃຊ້ອຸປະກອນເຄື່ອງມືການແພດທີ່ທັນສະໄໝ ເພື່ອຕອບສະໜອງບໍລິການຄົນເຈັບໃຫ້ມີຄຸນນະພາບ, ແນໃສ່ຫລຸດຜ່ອນສະພາບຂອງປະຊາຊົນໄປປິ່ນປົວຢູ່ຕ່າງປະເທດໃຫ້ຫັນມາປິ່ນປົວຢູ່ພາຍໃນປະເທດຫລາຍຂຶ້ນ ເພື່ອປະຢັດລາຍຈ່າຍ. ຈາກນັ້ນທ່ານຮອງນາຍົກ ສອນໄຊ ສີພັນດອນ ກໍໄດ້ໄປຢ້ຽມຊົມບັນຫາຫ້ອງປິ່ນປົວທີ່ນໍາໃຊ້ເຄື່ອງມືການແພດທີ່ທັນສະໄໝຈໍານວນໜຶ່ງ.

