ມອບ-ຮັບ ໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຂວງຄຳມ່ວນ ລະຫວ່າງ ພັອ ພົມມາ ເດດຂຸນພອງ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 3 (ຜູ້ເກົ່າ) ທີ່ໄດ້ຮັບນະໂຍບາຍອອກພັກການຮັບອຸດໜູນບໍານານ ກັບ ພັອ ບຸນປະດິດ ວົງພູທອນ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3 (ຜູ້ໃໝ່) ໄດ້ຈັດຂຶ້ນວັນທີ 2 ສິງຫາ 2024, ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງໆ ຄຳມ່ວນ ວ່າດ້ວຍການແຕ່ງຕັ້ງບົ່ງຕົວ ເລຂາຄະນະພັກຮາກຖານ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບ 3.

