ອົງການກາແດງລາວ ໄດ້ຮັບລົດຊ່ວຍເຫລືອເພື່ອຮັບສົ່ງຄົນເຈັບ 4 ຄັນ ແລະ ລົດດັບມອດໄຟ 1 ຄັນ ຈາກ ສ. ເກົາຫລີ

ວັນທີ 25 ເມສາ 2023 ນີ້, ມູນນິທິ Gyeonggi Provincial Fire and Disaster Headquarters ແລະ Social Welfare Foundation GO&DO ສາທາລະນະລັດເກົາຫລີ ໄດ້ມອບລົດຮັບສົ່ງຄົນເຈັບ 4 ຄັນ ແລະ ລົດດັບມອດໄຟ 1 ຄັນ ໃຫ້ອົງການກາແດງແຫ່ງຊາດລາວ ທີ່ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ກ່າວວ່າ: ລົດກູ້ໄພທີ່ໄດ້ຮັບການຊ່ວຍເຫລືອຄັ້ງນີ້ແມ່ນຈະມອບໃຫ້ແຂວງທີ່ມີຄວາມຈໍາເປັນ, ສ່ວນລົດດັບມອດໄຟແມ່ນຈະນໍາໃຊ້ຢູ່ໃນນະຄອນຫລວງວຽງຈັນເພື່ອການຮຽນຮູ້. ເຊິ່ງປັດຈຸບັນອົງການກາແດງແຫ່ງຊາດລາວ ໄດ້ຂະຫຍາຍລົດກູ້ໄພໃຫ້ 7 ແຂວງ ຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ ແລະ ແຂວງຈໍາປາສັກ, ໂດຍໃນຕໍ່ໜ້າຍັງຈະຂະຫຍາຍໄປແຂວງຫລວງນໍ້າທາ, ອຸດົມໄຊ ແລະ ແຂວງອື່ນໆຕື່ມອີກ.

ນອກຈາກໃຫ້ການຊ່ວຍເຫລືອລົດກູ້ໄພ ແລະ ລົດດັບມອດໄຟແລ້ວ ໄລຍະຜ່ານມາ ມູນນິທິຂອງສາທາລະນະລັດເກົາຫລີ ຍັງໄດ້ໃຫ້ການຊ່ວຍເຫລືອເຄື່ອງບັນເທົາທຸກແກ່ ສປປ ລາວ ເປັນຕົ້ນ: ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນໃຫ້ແກ່ຫລາຍເຂດທີ່ຫ່າງໄກສອກຫລີກຂອງ ສປປ ລາວ ຕື່ມອີກ.