ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ

ວັນທີ 26 ກໍລະກົດ 2024 ທີ່ ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ພ້ອມທັງ ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ, ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງອາຊຽນ ກັບ ສປ.ຈີນ, ນິວຊີ ແລນ, ຍີ່ປຸ່ນ, ອີຢູ, ສ.ເກົາຫຼີ, ອິນເດຍ, ລັດເຊຍ, ອັງກິດ, ສ. ອາ ເມລິກາ ແລະ ການາດາ, ຕາມລໍາດັບ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ຕວັກກີ ອີກດ້ວຍ.
ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານການພົວ ພັນຮ່ວມມືອາຊຽນ-ອົດສະຕຣາລີ (2021-2024), ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີຕ່າງ ປະເທດອົດສະຕຣາລີ.

ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການຈັດຕັ້ງຜັນຂະຫຍາຍ 2 ເອກະສານຜົນກອງປະຊຸມດັ່ງກ່າວ ໃຫ້ເປັນຮູບປະທໍາ ເພື່ອນໍາຜົນປະໂຫຍດອັນແທ້ຈິງມາສູ່ອາຊຽນ ແລະ ອົດສະຕຣາລີ. ພິເສດ, ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສະບັບໃໝ່ (2025-2029) ເພື່ອຮັດແໜ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສໍາເລັດການເຈລະຈາ ເພື່ອສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ໂດຍໄວ. ໃນໂອກາດນີ້, ສປປ ລາວ ໄດ້ມອບບົດບາດການເປັນປະເທດປະສານງານສໍາລັບການຮ່ວມມືອາຊຽນ-ອົດສະຕຣາລີ ໃຫ້ແກ່ ອິນໂດເນເຊຍ.


