ສປປລາວ ເຝົ້າລະວັງ ‘ພະຍາດຝີຕຸ່ມລີງ’ ໃນບັນດານັກທ່ອງທ່ຽວ

ວັນທີ 25 ພຶດສະພາ 2022, ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: ປັດຈຸບັນໜ່ວຍງານສາທາລະນະສຸກຂອງລາວກຳລັງເຝົ້າລະວັງຜູ້ຕິດເຊື້ອພະຍາດຝີຕຸ່ມລີງໃນບັນດານັກທ່ອງທ່ຽວ ຫລັງອົງການອະນາໄມໂລກ (WHO) ລາຍງານການກວດພົບຜູ້ຕິດເຊື້ອພະຍາດດັ່ງກ່າວໃນຫລາຍປະເທດ.
ທ່ານ ລັດຕະນະໄຊ ກ່າວວ່າ: ບຸກຄະລາກອນທາງການແພດຈະກວດຜູ້ເດີນທາງເຂົ້າປະເທດ ແລະ ສອບຖາມເຖິງປະຫວັດການເດີນທາງ ໂດຍຜູ້ທີ່ມີປະຫວັດເດີນທາງໄປພື້ນທີ່ສ່ຽງຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ.
ພະຍາດຝີຕຸ່ມລີງເປັນພະຍາດເກີດຈາກເຊື້ອໄວຣັສທີ່ພົບໄດ້ຫລາຍໃນອາຟຣິກາກາງ ແລະ ຕາເວັນຕົກ ໂດຍຜູ້ຕິດເຊື້ອພະຍາດດັ່ງກ່າວທີ່ກວດພົບໃນພື້ນທີ່ອື່ນນອກເໜືອຈາກອາຟຣິການັ້ນມີການກ່ຽວຂ້ອງກັບການເດີນທາງລະຫວ່າງປະເທດ ຫລື ສັດນຳເຂົ້າ ເຊິ່ງລວມທັງໃນອາເມລິກາ, ອິດສະລາແອນ ແລະ ອັງກິດ.
ສະຖານະການການແພ່ລະບາດຂອງພະຍາດຝີຕຸ່ມລີງກຳລັງຂະຫຍາຍວົງກວ້າງຂຶ້ນ ໂດຍອົງການອະນາໄມໂລກຄາດວ່າຈະມີການກວດພົບຜູ້ຕິດເຊື້ອເພີ່ມຂຶ້ນ. ຂະນະທີ່ຫລາຍປະເທດທີ່ບໍ່ມີຖິ່ນລະບາດຂອງພະຍາດດັ່ງກ່າວຕ່າງຂະຫຍາຍການເຝົ້າລະວັງເພີ່ມຕື່ມ.
ທັງນີ້, ການດຳເນີນງານຮີບດ່ວນຄວນເນັ້ນໃສ່ການແຈ້ງຂໍ້ມູນທີ່ຖືກຕ້ອງຕໍ່ຜູ້ທີ່ສ່ຽງຕິດເຊື້ອຫລາຍທີ່ສຸດ ເພື່ອຢຸດການແພ່ກະຈາຍ ໂດຍອົງການອະນາໄມໂລກລະບຸວ່າ: ຂໍ້ມູນທີ່ມີຢູ່ໃນປັດຈຸບັນບົ່ງຊີ້ວ່າການແພ່ເຊື້ອຈາກຄົນສູ່ຄົນເກີດຂຶ້ນໃນໝູ່ຜູ້ທີ່ສຳຜັດໃກ້ຊິດທາງກາຍກັບຜູ້ຕິດເຊື້ອທີ່ມີອາການ.

