ກຽມຄວາມພ້ອມແຜນຮັບມືສຸກເສີນ ໂຄງການເຂື່ອນໄຟຟ້າ ທົ່ວປະເທດ ໃນລະດູຝົນປີ 2024

ວັນທີ 26 ກໍລະກົດ 2024, ທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມຄວາມພ້ອມ ແລະ ແຜນຮັບມືສຸກເສີນຂອງບັນດາໂຄງການເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດໃນລະດູຝົນປີ 2024ນີ້ ແມ່ນຖອດຖອນບົດຮຽນໄດ້ຈາກຊຸມປີທີ່ຜ່ານມາ ຊຶ່ງທຸກໆປີ ກ່ອນຈະກ້າວເຂົ້າລະດູຝົນ, ກົມຄຸ້ມຄອງຄວາມປອດໄພອຸດສາຫະກຳພະລັງງານ ໄດ້ອີງຕາມເອກະສານແຈ້ງເຕືອນກ່ຽວກັບສະພາບດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອແຈ້ງການໃຫ້ໂຄງການເຂື່ອນໄຟຟ້າກຽມຄວາມພ້ອມທາງດ້ານເຕັກນິກ, ດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການຄຸ້ມຄອງນ້ຳນອງ ແລະ ການເຝົ້າລະວັງເຂື່ອນຂອງຕົນໃຫ້ມີຄວາມປອດໄພຮອບດ້ານ.

    ສໍາລັບການກະກຽມຄວາມພ້ອມຮັບມືສຸກເສີນນັ້ນ ຜູ້ພັດທະນາໂຄງການໄດ້ເອົາໃຈໃສ່ຕາມຄຳແນະນຳ ແລະ ຂັ້ນຕອນຄື:

– ແຕ່ລະໂຄງການຈະຕ້ອງໄດ້ສຶກສາຈໍາລອງກໍລະນີນໍ້ານອງ ແລະ ໂຄງການເປີດປະຕູລະບາຍນໍ້າອອກຈາກອ່າງເກັບນໍ້າເພື່ອຄວາມປອດໄພຂອງເຂື່ອນ, ຈາກການຈຳລອງໃນຄອມພິວເຕີ້ນັ້ນ ແມ່ນຈະຮູ້ໄດ້ວ່າມວນນໍ້າຈະໄຫລອອກຈາກອ່າງເກັບນໍ້າເທົ່າໃດ, ຈະໄຫລໄປຮອດໃສ, ໃຊ້ເວລາເທົ່າໃດທີ່ນໍ້າຈະໄຫລໄປ ຫາແຕ່ລະບ່ອນ, ແຕ່ລະເຂດຈະມີລະດັບນໍ້າຂື້ນສູງປານໃດ, ພາຍຫລັງການສຶກສາຈຳລອງແລ້ວ, ໂຄງການຈະຮູ້ວ່າຈຸດໃດນໍ້າຖ້ວມ ແລະ ຈຸດໃດທີ່ມີຄວາມປອດໄພ ແລະ ເອົາຈຸດທີ່ປອດໄພ ດັ່ງກ່າວເປັນບ່ອນເຕົ້າໂຮມສຸກເສີນ.

– ພາຍຫລັງສໍາເລັດການສຶກສາແລ້ວ ໂຄງການຈະສ້າງແຜນຮັບມືສຸກເສີນແລ້ວສົມທົບກັບ ຄະນະປ້ອງກັນໄພພິບັດຂັ້ນສູນກາງ, ແຂວງ ແລະ ເມືອງ ເພື່ອນຳໄປເຜີຍແຜ່ໃຫ້ບໍລິເວນໂຄງການ ໂດຍສະເພາະແມ່ນປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນໄດ້ເຂົ້້າໃຈ.

– ໂຄງການໄດ້ດໍາເນີນການຝືກຊ້ອມ ເພື່ອໃຫ້ຜູ້ຢູ່ລຸ່ມເຂື່ອນ ມີຄວາມເຂົ້າໃຈແລະມີບົດຮຽນໃນກໍລະນີເກີດເຫດການມາ.

      ປັດຈຸບັນນີ້, ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ, ການຄຸ້ມຄອງນ້ຳນອງ ແລະ ການເຝົ້າລະວັງເຂື່ອນໄດ້ມີການຕິດຕາມກວດກາ ຂໍ້ມູນຂ່າວສານ ເປັນຂໍ້ມູນທັນການ Real time ເຊິ່ງມີທັງການ ນໍາພັກລັດ ທັງສູນກາງ ແລະ ທ້ອງຖິ່ນ, ເຈົ້າຂອງເຂື່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ຕິດຕາມໄປພ້ອມໆກັນທຸກໆວັນດ້ວຍການນຳໃຊ້ກຸ່ມວອດແອັບ. ພ້ອມທັງໄດ້ມີການຄົ້ນຄ້ວາ ແລະ ວິເຄາະວິໄຈຂໍ້ມູນນ້ຳ ແລະ ຄວາມປອດໄພຂອງເຂື່ອນ, ລາຍງານໃຫ້ການນຳພັກລັດ ໄດ້ຮັບຊາບ ຢ່າງເປັນປົກກະຕິມາ.

      ສໍາລັບທິດທາງຕໍ່ໜ້າ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການວາງແຜນສຶກສາຄົ້ນຄວ້າການສ້າງສູນຄວບຄຸມດ້ານຄວາມປອດໄພຂອງເຂື່ອນ, ແຜນຮັບມືສຸກເສີນ ແລະ ການປ້ອງກັນນ້ຳຖ້ວມໃຫ້ເປັນລະບົບຄົບຊຸດ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝທັນເຫດການ ແລະ ທັນເວລາ ໃນການແຈ້ງເຕື່ອນໄພຫລ່ວງໜ້າຢ່າງຮອບດ້ານ.