ມອບລົດທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ ໃຫ້ເຈົ້າໜ້າທີ່ພາສີປະຈຳແຂວງຫລວງນ້ຳທາ 4 ຄັນ ແລະ ມອບລົດຈັກ 15 ຄັນ ທີ່ເກັບກູ້ມາໄດ້ຄືນເຈົ້າຂອງເດີມ

ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ກອງບັນຊາການ ປກສ ເມືອງສິງ ໄດ້ມອບພາຫະນະ (ລົດໃຫ່ຍ) ທີ່ສາມາດຢຶດໄດ້ມາຈາກການນຳເຂົ້າມາແບບບໍ່ຖືກຕ້ອງ ຈຳນວນ 4 ຄັນ ໃຫ້ກັບເຈົ້າໜ້າທີ່ພາສີປະຈຳຢູ່ ແຂວງ ຫຼວງນ້ຳທາ ໃນນັ້ນມີ ປະເພດລົດກະບະວີໂກ 4 ປະຕູ 3 ຄັນ ແລະ ລົດຈິບອໍນີວຟໍຈູນເນີສີຂາວ 1 ຄັນ, ໂດຍການກ່າວມອບຂອງ ທ່ານ ພັນໂທ ວິນິດ ໄຊຍະສວນ ຫົວໜ້າພະແນກຫ້ອງການ ກອງບັນຊາການ ປກສ ເມືອງສິງ ແລະ ກ່າວ ຮັບໂດຍ ທ່ານ ສີສົມພອນ ວິວັນໄຊ ຮອງຂະແໜງການກວດກາ ແລະ ກວດຊອບຄືນ ການແຈ້ງພາສີ ແຂວງຫຼວງນ້ຳທາ
ນອກນັ້ນ, ວັນທີ 24 ພຶດສະພາ 2023 ກອງບັນຊາການ ປກສ ເມືອງສິງ ກໍໄດ້ມອບລົດຈັກທີ່ຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ ເຊິ່ງລົດຈຳນວນດັ່ງກ່າວ ແມ່ນໄດ້ເລີ່ມເກັບກູ້ ມາແຕ່ວັນທີ 26 ຕຸລາ 2022 ຫາ ເດືອນກຸມພາ 2023 ຈື່ງສາມາດເກັບກູ້ຄືນໄດ້ 33 ຄັນ ໃນນັ້ນມີລົດຈັກ ເວບໄອ 17 ຄັນ, ລົດຈັກເວບ 100 16 ຄັນ ພາຍຫລັງເຈົ້າໜ້າທີ່ ປກສ ເມືອງສິງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ສາມາດເກັບກູ້ໄດ້ 33 ຄັນ ໂດຍມີປະຊາຊົນ ທີ່ເປັນເຈົ້າຂອງລົດ ໄດ້ນຳເອົາເອກະສານມາຢັ້ງຢືນ ແລະ ສົມທຽບເລກຈັກ, ເລກຖັງ ເຫັນວ່າ: ຖືກຕ້ອງມີຈຳນວນ 15 ຄັນ ເຈົ້າໜ້າທີ່ ປກສ ເມືອງສິງ ຈຶ່ງໄດ້ມອບຊັບຄືນໃຫ້ເຈົ້າຂອງເດີມ.

