ສປປ ລາວ – ສປ ຈີນ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະຫາຍ ຫວັງ ອີ້, ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນ ກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົວພັນທີ່ສະ ໜິດແໜ້ນຂອງສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກເຊິ່ງກວ່າເກົ່າ.

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ກໍລະກົດ 2024, ທີ່ ໂຮງແຮມ ສຸພັດຕຣາ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວັງ ອີ້, ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ.
ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ ເພື່ອຊຸກຍູ້ສົ່ງເສີມການພົວ ພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍການຕົກລົງທີ່ເປັນເອກະພາບກັນຂອງການນໍາສູງສຸດຂອງ ສອງປະເທດ ກໍ່ຄື ແຜນແມ່ນບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ” ສະບັບໃໝ່ (2024-2028) ໂດຍສະເພາະແມ່ນ ການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນໂຄງ ການລົດໄຟລະຫວ່າງປະເທດ ລາວ-ຈີນ, ການພັດທະນາບັນດາໂຄງການທີ່ປິ່ນອ້ອມຕາມແລວເສດຖະກິດລາວ-ຈີນ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍເຫັນດີທີ່ຈະສືບຕໍ່ຮ່ວມມືກັນ ໃນການສ້າງຕັ້ງກົນໄກການປຶກສາຫາລືການຮ່ວມມືດ້ານການທູດເສດຖະກິດ ລາວ-ຈີນ; ວຽກງານການແກ້ໄຂບັນຫາເສດຖະກິດມະຫາພາກ; ການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ພາຍຫຼັງສໍາເລັດການພົບປະ, ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ສະຫາຍ ຫວັງ ອີ້ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ 3 ສະບັບ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ຄື: – ໜັງສືມອບ-ຮັບໂຄງການຊ່ວຍເຫຼືອລ້າເພື່ອຍົກລະດັບ ແລະ ປັບປຸງໂຮງໝໍແຂວງຫຼວງພະບາງ; – ສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າເພື່ອຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນ ສະຫວັນນະເຂດ; ແລະ ໜັງສືມອບ-ຮັບໂຄງການຊ່ວຍເຫຼືອພາຫະ ນະ ແລະ ອຸປະກອນເພື່ອຮັບໃຊ້ໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະ ເທດໃນ ສປປ ລາວ ຄັ້ງທີ 5 ປີ 2025.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

