ປກສ ສະຫວັນນະເຂດ ຈັບຕົວຜູ້ກໍ່ເຫດລັກນ້ຳມັນ ແລ້ວເອົາໄປຂາຍຕໍ່ໃຫ້ພໍ່ຄ້າຊາວຫວຽດນາມ

ວັນທີ 17 ກໍລະກົດ 2024 ນີ້, ຂ່າວ ປກສ ປກສ ແຂວງ ສະຫວັນນະເຂດ ລາຍງານວ່າ: ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ຈັບຕົວເປົ້າໝາຍກໍ່ເຫດລັກນໍ້າມັນ ໄດ້ 1 ຄົນ ຊື່ ທ້າວ ແກ້ວ ທິບພະວົງ ອາຍຸ 38 ປີ ອາຊີບ ກໍາມະກອນ ຢູ່ບ້ານ ສອນມີໄຊ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ.

ພັອ ວົງຄໍາ ອິນທະບານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ລາຍງານວ່າ: ໄລຍະເດືອນ ເມສາ ປີ 2024 ເຈົ້າໜ້າທີ່ໄດ້ຮັບ ລາຍງານວ່າມີກຸ່ມຄົນບໍ່ດີຈໍານວນໜຶ່ງເຄື່ອນໄຫວລັກຊັບ ນໍ້າມັນ ຢູ່ຕາມປໍ້ານໍ້າມັນຕ່າງໆ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງເກັບກໍາຂໍ້ມູນ, ກວດກາກ້ອງວົງຈອນປິດ ແລະ ຕິດຕາມເປົ້າໝາຍທີ່ລົງມືກໍ່ເຫດ, ສາມາດກັກຕົວຜູ້ລົງມືກໍ່ເຫດໄດ້ 1 ຄົນ ຊື່ທ້າວ ແກ້ວ ທິບພະວົງ ອາຍຸ 38 ປີ.

ຜ່ານການສືບສວນ-ສອບສວນ ທ້າວ ແກ້ວ ທິບພະວົງ ໄດ້ຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວຫາລັກນໍ້າມັນແທ້, ໂດຍຮ່ວມກັບໝູ່ອີກ 3 ຄົນ ເຄື່ອນໄຫວອອກຫາລັກນໍ້າມັນຢູ່ຕາມປໍ້ານໍ້າມັນຕ່າງໆທີ່ບໍ່ມີຄົນຢູ່ປະຈໍາ ເຊິ່ງໃຊ້ໄດດູດນໍ້າມັນຂະໜາດນ້ອຍຕໍ່ໃສ່ໝໍ້ໄຟລົດ, ຈາກນັ້ນກໍດູດເອົານໍ້າມັນຈາກສະແຕັກໄປໃສ່ກະຕຸກທີ່ກະກຽມມາ. ຫລັງຈາກລັກໄດ້ແລ້ວກໍໄດ້ເອົາໄປຂາຍຕໍ່ໃຫ້ພໍ່ຄ້າຊາວຫວຽດນາມ
ຈາກການຂະຫຍາຍຜົນຕິດຕາມຫາຜູ້ຮ່ວມຂະບວນການ ເຈົ້າໜ້າທີ່ຍັງ ສາມາດກັກຕົວ ໄດ້ອີກ 1 ຄົນ ຊື່ ທ້າວ ອິນທະຫວາ ອາຍຸ 40 ປີ ອາຊີບ ກໍາມະກອນ ບ້ານ ນາເຕີ້ ເມືອງ ວິລະບູລີ ແຂວງ ສະຫວັນນະເຂດ, ມາສືບສວນ- ສອບສວນ ດໍາເນີນຄະດີຕາມຂັ້ນຕອນກົດໝາຍ.