ລາຊາບີ, ກະຊາຍຂາວ ແລະ ຄາວທອງ ຖືກຮັບຮອງໃຫ້ມີການນຳໃຊ້ປ້ອງກັນ ແລະ ປີ່ນປົວພະຍາດ Covid-19 ຢ່າງເປັນທາງການ

ວັນທີ 13 ມັງກອນ 2022 ຜ່ານມານີ້ ສະຖາບັນການແພດ ແລະ ການຢາ ພື້ນເມືອງ ຈັດກອງປະຊຸມວິທະຍາສາດ ວ່າດ້ວຍສະຫລຸບລາຍງານຜົນຂອງການຄົ້ນຄວ້າຢາພື້ນເມືອງລາວ ຈາກພືດ 3 ຊະນິດໃຊ້ກັບພະຍາດ Covid-19 ຂອງ 3 ແຂວງ ຄື: ແຂວງສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ.
ທ່ານ ດຣ. ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາ ພື້ນເມືອງໄດ້ໃຫ້ຮູ້ວ່າ: ໂດຍສືບຕໍ່ປະຕິບັດນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຊຸກຍູ້ສົ່ງເສີມນຳໃຊ້ຢາພື້ນເມືອງ ສົມທົບກັບຢາຫລວງເຂົ້າໃນການປິ່ນປົວພະຍາດ, ນຳໃຊ້ທ່າແຮງຂອງຢາພື້ນເມືອງລາວທີ່ມີຢູ່ໃນປະເທດ ເຂົ້າໃນການແກ້ໄຂບັນຫາສຸກເສີນດ້ານສາທາລະນະສຸກ, ການນຳກະຊວງສາທາ ລະນະສຸກ ຈຶ່ງໄດ້ມີນະໂຍບາຍ ແລະ ທິດຊີ້ນຳ ໃຫ້ມີການຄົ້ນຄວ້ານຳໃຊ້ພືດທີ່ເປັນຢາພື້ນເມືອງລາວ ເຂົ້າໃນການເສີມສ້າງພູມຄຸ້ມກັນຂອງຮ່າງກາຍ ເພື່ອປ້ອງກັນ ແລະ ປິ່ນປົວ ພະຍາດໂຄວິດ-19 ແນໃສ່ເປັນທາງເລືອກໜຶ່ງໃນການຕ້ານ ແລະ ສະກັດການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ.
ກອງປະຊຸມ ໄດ້ຮັບຟັງການລາຍງານການສຶກສາຄົ້ນຄວ້າວິໄຈ ດ້ານຄຸນະພາບຄວາມປອດໄພ ຕໍ່ການນຳໃຊ້ພືດ 3 ຊະນິດຂອງລາວ ຄື: ລາຊາບີ, ກະຊາຍຂາວ ແລະ ຄາວທອງ ພ້ອມຖືກຮອງຮັບຈາກກອງປະຊຸມຢ່າງເອກະພາບ ແລະ ໃຫ້ມີການນຳໃຊ້ ສູດຕຳລາຂອງສະຖາບັນການແພດ ແລະ ການຢາ ພື້ນເມືອງ ທີ່ໄດ້ສຶກສາຄົ້ນຄວ້າເພື່ອປ້ອງກັນ ແລະ ປີ່ນປົວພະຍາດ Covid-19 ໃຫ້ປະຊາຊົນ.

