ອຸປະຕິເຫດ! ລົດຈິບເສຍຫລັກຕົກຂົວນ້ຳຫຍາມ ເມືອງທຸລະຄົມ

ເວລາປະມານ 11:00 ໂມງ ຂອງວັນທີ 10 ກໍລະກົດ 2024 ນີ້, ມີປະຊາຊົນພົບເຫັນລົດຈິບໂຕໂຢຕາ ປຣາໂດ ເສຍຫລັກຕົກລົງຂົວບ້ານນ້ຳຫຍາມ ເມືອງທຸລະຄົມ ແຂວງວຽງຈັນ. ເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບຜູ້ຂັບຂີ່ໃນລົດຄັນດັ່ງກ່າວ.

ສ່ວນສາເຫດ ແລະ ຄວາມເສຍຫາຍຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນຂອງເຈົ້າໜ້າທີ່.