ເກີດເຫດລົດໃຫຍ່ຕຳກັນມີຜູ້ບາດເຈັບ 2 ຄົນ

ໃນເວລາປະມານ 13:45 ໂມງ ຂອງວັນທີ 21 ກໍລະກົດນີ້, ໄດ້ເກີດອຸປະຕິເຫດ ລົດໃຫຍ່ຕຳກັບລົດໃຫຍ່ ມີຜູ້ບາດເຈັບ 2 ຄົນ ມີຜູ້ຕິດຢູ່ພາຍໃນລົດ 1ຄົນ, ຢູ່ທາງຕັດໃຫມ່ຫນອງບົວທອງ-ຫນອງບຶກ ນະຄອນຫລວງວຽງຈັນ.

ຈາກນັ້ນ, ຫນ່ວຍກູ້ໄພ ຈຶ່ງໄດ້ນຳໃຊ້ອຸປະກອນຕັດຖ່າງຊ່ວຍເຫລືອຄົນທີ່ຕິດຢູ່ໃນລົດອອກມາໄດ້ໂດຍໃຊ້ເວລາປະມານ 15 ນາທີ.
ເຊິ່ງຜູ້ບາດເຈັບຄົນທີ1: ເພດຊາຍອາຍຸ 26 ປີ ບ້ານຫນອງບຶກເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ອາການເບື້ອງຕົ້ນແມ່ນເຈັບຂາ ແລະ ມີບາດແຜຢູ່ຂາ, ຜູ້ບາດເຈັບຜູ້ທີ2: ເພດຊາຍ ອາຍຸ 25 ປິ ບ້ານວຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຂາເລັກນ້ອຍ.
ພ້ອມນີ້, ຈຶ່ງທຳການປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງຫມໍ ມິດຕະພາບ 150 ຕຽງ.

