ປກສ ໄຊຍະບູລີ ສຶກສາອົບຮົມກຸ່ມໄວໜຸ່ມ 4 ຄົນ ມົ້ວສຸມດື່ມຄໍລາເຈນ ແລະ ສູບຢາສູບໄຟຟ້າ

ວັນທີ 28 ມິຖຸນາຜ່ານມາ. ປກສ ແຂວງໄຊຍະບູລີ ໄດ້ນຳເອົາກຸ່ມໄວໜຸ່ມ 4 ຄົນ ທີ່ມົ່ວສຸມດື່ມຄໍລາເຈນ ແລະ ສູບຢາສູບໄຟຟ້າ ແລະ ອີກ 1 ຄົນ ທີ່ດັດແປງສະພາບເຕັກນິກລົດ, ລະເມີດລະບຽບກົດໝາຍ ໄປສຶກສາອົບຮົມ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງນໍາໄປສຶກສາອົບຮົມສິດສອນລູກຫລານຕື່ມອີກ ເພື່ອບໍ່ໃຫ້ກະທຳແບບນີ້ອີກ ຫາກພົບເຫັນມີການກະທຳຄັ້ງຕໍ່ໄປ ແມ່ນຈະໄດ້ດຳເນີນຕາມກົດໝາຍ.
ທັງນີ້, ກໍເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ຮູ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການດື່ມຄໍລາເຈນ, ການສູບຢາສູບໄຟຟ້າ ແລະ ດັດແປງສະພາບເຕັກນິກລົດ ເປັນໜໍ່ແໜງກໍ່ຄວາມບໍ່ສະຫງົບຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ.

