ປກສ ແຂວງຫລວງນ້ຳທາ ຈັບຕົວຊາຍສັນຊາດໄທ ນຳເຂົ້າເງິນປອມ ໃບ 50,000 ກີບ ມາໃຊ້ຈ່າຍ ແລະ ແລກປ່ຽນ

ພັຕ ອານຸພອນ ຫລວງພະຈັນ ຫົວໜ້າພະແນກປ້ອງກັນເສດຖະກິດ ປກສ ແຂວງຫລວງນ້ຳທາ ລາຍງານກ່ຽວກັບການແກ້ໄຂ ຄະດີທີ່ນຳໃຊ້ພັນທະບັດປອມ (ເງິນປອມ) ໃບ 50,000 ກີບວ່າຢູ່ເມືອງ ນາແລ ແຂວງຫລວງນ້ຳທາໃນກາງເດືອນ ມິຖຸນາຜ່ານມາວ່າ: ພາຍຫລັງໄດ້ຮັບລາຍງານວ່າ ມີຄົນນຳເອົາ ເງິນກີບປອມມາໃຊ້ຈ່າຍຢູ່ຕະຫລາດເມືອງນາແລ, ເຈົ້າໜ້າທີ່ ປກສ ເມືອງນາແລ ຈຶ່ງລົງເກັບກຳຂໍ້ມູນຢູ່ພື້ນທີ່ຕົວ ຈິງຮູ້ວ່າແມ່ນ ນາງ ສືບ ຢູ່ເມືອງນາແລ ເປັນຜູ້ເອົາເງິນປອມປະເພດໃບ 50,000 ກີບ ມາໃຊ້ຈ່າຍຢູ່ແຖວຕະຫລາດແທ້, ຈາກນັ້ນຈຶ່ງໄດ້ນຳຕົວຜູ້ກ່ຽວພ້ອມເງິນກີບປອມ 5,100,000 ກີບ (ປະເພດໃບ 50,000) ມາສອບສວນ.
ຜ່ານການສອບສວນ ນາງ ສືບ ຮັບສາລະພາບວ່າ: ວັນທີ 16 ມິຖຸນາ 2024 ຕົນໄດ້ນຳເອົາເງິນ 1,500 ຢວນ ແລກປ່ຽນເງິນກີບນຳ ທ້າວ ວັນໄຊ ຄົນແຂວງບໍ່ແກ້ວ (ໂຊເຟີລົດ) ໄດ້ເງິນ 5,550,000 ກີບ, ເຊິ່ງໄດ້ໃຊ້ຈ່າຍເປັນຄ່າໂດຍສານໄປ ເມືອງນາແລ ລວມ 450,000 ກີບ. ມື້ຕໍ່ມາໄດ້ໄປຊື້ເຄື່ອງຢູ່ຕະຫລາດເມືອງນາແລ (ໃນເບື້ອງຕົ້ນບໍ່ຮູ້ວ່າເງິນທີ່ແລກປ່ຽນມານັ້ນແມ່ນເງິນປອມ). ຈາກນັ້ນ, ປກສ ເມືອງນາແລ ໄດ້ສົມທົບກັບ ປກສ ແຂວງຫລວງນ້ຳທາ ນໍາຕົວຜູ້ຖືກຫາ ແລະ ຂອງກາງມາດໍາເນີນຄະດີ.
ຜ່ານການສອບສວນຂະຫຍາຍຜົນ ປກສ ແຂວງຫລວງນ້ຳທາ ໄດ້ສົມທົບກັບ ປກສ ແຂວງບໍ່ແກ້ວ ຕິດຕາມເປົ້າໝາຍທີ່ຊັກທອດຫາ, ຈົນຮອດວັນທີ 25 ມິຖຸນາ 2024 ສາມາດກັກຕົວ ທ້າວ ວັນໄຊ ຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ຜູ້ກ່ຽວກໍໄດ້ຊັກເຖິງ ທ້າວ ພອນສະຫວັນ (ສັນຊາດໄທ) ຢູ່ຈັງຫວັດ ຊຽງຣາຍ ປະເທດໄທເປັນຜູ້ນຳເຂົ້າມາໃຫ້, ຮອດວັນວັນທີ 27 ມິຖຸນາ 2024 ສາມາດກັກຕົວ ທ້າວ ພອນສະຫວັນ(ໄທ) ແລະ ຂອງກາງເງິນກີບປອມ 1,000,000 ກີບ ມາດຳເນີນການສອບສວນ. ພວກກ່ຽວທັງ 2 ຄົນ ທັງ ທ້າວ ວັນໄຊ ແລະ ທ້າວ ພອນສະຫວັນ ຮັບສາລະພາບວ່າ: ເງິນກີບປອມແມ່ນທ້າວ ພອນສະຫວັນ(ໄ) ເອົາມາແຕ່ປະເທດໄທ ຈໍານວນ 24,000,000 ກີບ ແລ້ວມາໃຊ້ຈ່າຍຢູ່ ແຂວງບໍ່ແກ້ວ ແລະ ໄດ້ແລກປ່ຽນເປັນເງິນຢວນຈໍານວນໜຶ່ງໃຊ້ຈ່າຍຈັນເກືອບໝົດ ແລະ ຍັງເຫລືອ 6,550,000 ກີບ ຈຶ່ງໄດ້ນຳໄປແລກປ່ຽນເອົາເງິນຢວນນໍາ ນາງ ສືບ 1,500 ຢວນ ເປັນເງິນກີບ 5,550,000 ກີບ ແລະ ສັກສາໄວ້ 1,000,000 ກີບ.
ປັດຈຸບັນ ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມເລັ່ງເກັບກໍາຂໍ້ມູນ ແລະ ຂະຫຍາຍຜົນຫາກຸ່ມແກ້ງ ເພື່ອນໍາມາດໍາເນີນຄະດີຕາມກົດໝາຍ.


