ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນເລີ່ມປະຊຸມຄວາມ ໝັ້ນຄົງຢູ່ຟີລິບປິນ

ລັດຖະມົນຕີປ້ອງກັນປະເທດສະມາຄົມອາຊຽນເລີ່ມການເຈລະຈາລະດັບສູງດ້ານຄວາມໝັ້ນຄົງໃນວັນທີ 23 ຕຸລານີ້ ທີ່ແຂວງປຳປັນກາ ທາງເໜືອຂອງນະຄອນຫລວງມະນິລາ ປະເທດຟີລິບປິນ ເພື່ອຫາລືໃນຫລາຍບັນຫາ ນັບແຕ່ການປາບປາມການກໍ່ການຮ້າຍ, ການຄ້າຢາເສບຕິດ ແລະ ຄວາມຂັດແຍ່ງທາງທະເລທີ່ເປັນບັນຫາຮ່ວມກັນໃນພາກພື້ນ ໂດຍຈັດການຫາລືກັບກຸ່ມປະເທດຫຸ້ນສ່ວນນຳອີກ
ສຳນັກຂ່າວຊິນຮົວຂອງທາງການຈີນ ແລະ ສື່ມວນຊົນຢູ່ຟີລິບປິນລາຍງານວ່າ: ຟີລິບປິນ ເຊິ່ງປະຕິບັດໜ້າທີ່ປະທານອາຊຽນໃນປີນີ້ ເປັນເຈົ້າພາບຈັດກອງປະຊຸມລະດັບສູງດ້ານປ້ອງກັນປະເທດ (ADMM) ຄັ້ງທີ 11 ແລະ ກອງປະຊຸມຄັ້ງທີ 4 ຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ຮ່ວມກັບກຸ່ມປະເທດຫຸ້ນສ່ວນອາຊຽນ (ADMM+) ໄດ້ແກ່ອົດສະຕຣາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນູແວນເຊລັງ, ສ.ເກົາຫລີ, ຣັດເຊຍ ແລະ ອາເມລິກາ. ທ່ານ ເດລຟິນ ໂລເຣນຊານາ ລັດຖະມົນຕີປ້ອງກັນປະເທດຟີລິບປິນ ກ່າວວ່າ: ຟີລິບປິນຈະຊຸກດັນໃນຫລາຍບັນຫາ ນັບແຕ່ການວາງຂອບການເຮັດວຽກຮ່ວມກັນທາງທະເລ, ການເຝິກແອບ, ການແລກປ່ຽນການຊ້ອມຮົບ ແລະ ການບິນຮ່ວມກັນ. ກອງປະຊຸມ ADMM ຖືເປັນກົນໄກຫາລືລະດັບສູງດ້ານປ້ອງກັນປະເທດ ແລະ ການຮ່ວມມືໃນອາຊຽນ ເພື່ອສົ່ງເສີມຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນການຮັບມືກັບບັນຫາທ້າທາຍດ້ານຄວາມໝັ້ນຄົງ ລວມທັງສ້າງຄວາມປອດໃສ ແລະ ເປີດກວ້າງໃນບັນດາປະເທດສະມາຊິກອາຊຽນ, ສ່ວນກອງປະຊຸມ ADMM+ ເປັນເວທີສຳລັບລັດຖະມົນຕີປ້ອງກັນປະເທດອາຊຽນກັບປະເທດຫຸ້ນສ່ວນໃນພາກພື້ນອາຊີ ແລະ ປາຊີຟິກ.

