ບານເຕະຊີງແຊ໊ມອາຊີ ຮຸ່ນ 19 ປີ ກຸ່ມ H ຈັດຂຶ້ນຢູ່ໄຕ້ຫວັນ

ການແຂ່ງຂັນບານເຕະ ຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸ 19 ປີ ຮອບຄັດເລືອກ ກຸ່ມ H, AFC U-19 CHAMPIONSHIP 2018, Qualifiers Group H ໄດ້ຈັດຂຶ້ນຢູ່ທີ່ ເຂດປົກຄອງພິເສດ ໄຕ້ຫວັນ ໄດ້ຮັບກຽດເປັນເຈົ້າພາບ ໃນ ລະຫວ່າງວັນທີ 04-08/11 /2017 ໂດຍມີ 4 ທີມ ປະ ກອບມີ : ເຂດປົກຄອງພິເສດ ໄຕ້ຫວັນ ( ເຈົ້າພາບ ), ຫວຽດນາມ, ລາວ ແລະ ເຂດ ປົກຄອງພິເສດ ມາເກົາ .
+ ຕາຕະລາງແຂ່ງຂັນ ທີມ ຊາດລາວ ມີດັ່ງນີ້:
– ວັນທີ 04/11/2017 ເວລາ 19:00 ລາວ ພົບ ເຂດປົກຄອງພິເສດ ໄຕ້ຫວັນ ແຂ່ງຂັນຢູ່ທີ່ສະຫນາມ Fu Jen University (New Taipei City), CHINESE TAIPEI.
– ວັນທີ 06/11/2017 ເວລາ 15:00 ລາວ ພົບ ເຂດ ປົກຄອງພິເສດ ມາເກົາ ແຂ່ງ ຂັນຢູ່ທີ່ສະຫນາມ Fu Jen University (New Taipei City), CHINESE TAIP EI.
– ວັນທີ 08/11/2017 ເວລາ 15:00 ລາວ ພົບ ຫວຽດນາມ ແຂ່ງຂັນຢູ່ທີ່ສະ ຫນາມ Fu Jen University (New Taipei City), CHI NESE TAIPEI.
ການແຂ່ງຂັນລາຍການນີ້ຈະຄັດເອົາອັນດັບ 1 ຂອງ ແຕ່ລະກຸ່ມໃນຈຳນວນ 10 ທີມ ແລະ ທີມອັນດັບ 2 ທີ່ດີທີ່ສຸດ ອີກ 5 ທີມ ລວມທັງເຈົ້າພາບ ອິນໂດເນເຊຍ.