ແຂວງຊຽງຂວາງ; ໄຊຍະບູລີ; ບໍລິຄຳໄຊ; ຈຳປາສັກແລະ ອັດຕະປື ຄຸນນະພາບອາກາດສູງສຸດເຖິງ 258 ຢູ່ໃນຂັ້ນອັນຕະລາຍຕໍ່ສຸຂະພາບ

ຜົນການວັດແທກຝຸ່ນລະອອງ PM 2,5 ເຊົ້າວັນທີ 22 ເມສາ 2024 ວັດແທກໄດ້ສູງສຸດ 208 ໄມຄຣອນ, ຄຸນນະພາບອາກາດ 258 ຢູ່ໃນຂັ້ນອັນຕະລາຍຕໍ່ສຸຂະພາບ ມີ 5 ແຂວງ ຄື: ເມືອງແປກ ແຂວງຊຽງຂວາງ; ເມືອງ ແລະ ແຂວງ ໄຊຍະບູລີ; ເມືອງປາກຊັນ ແຂວງບໍລິຄຳໄຊ; ເມືອງປາກເຊ ແຂວງຈຳປາສັກ ແລະ ສາມັກຄີໄຊ ແຂວງອັດຕະປື.