ວັນທີ 3 ຕຸລາ 2022 ນີ້, ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ ຄະນະຈັດຕັ້ງສູນກາງພັກ ໄດ້ປະກາດແຕ່ງຕັ້ງ ສະຫາຍ ວຽນທອງ ສິງຄຳພັນ (ອະດີດຫົວໜ້າກົມປ້ອງກັນພັກ-ພະນັກງານ) ເປັນຫົວໜ້າກົມ ຈັດຕັ້ງ-ພະນັກງານ ແລະ ປະກາດແຕ່ງຕັ້ງ ສະຫາຍ ນາງ ວິໄລວັນ ເພັງສະຫວັດ (ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ) ເປັນຫົວໜ້າສູນພັດທະນາວຽກງານຈັດຕັ້ງ.