ທ່ານ ໄບເດນ – ທ່ານ ສີຈິ້ນຜິງ ຫາລືກັນຄັ້ງທໍາອິດໃນຮອບເກືອບ 4 ເດືອນ ເນັ້ນແນວທາງຫລຸດຄວາມຂັດແຍ່ງ

ທໍານຽວຂາວອາເມລິກາ ເປີດເຜີຍວ່າ: ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ໄດ້ເຈລະຈາກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ ຜ່ານໂທລະສັບໃນວັນທີ 2 ເມສາ ເປັນເວລາກວ່າ 45 ນາທີ. ພ້ອມລະບຸວ່າ: ການເຈລະຈາຂອງຜູ້ນໍາທັງສອງປະເທດເປັນໄປໃນທາງສ້າງສັນ ແລະ ກົງໄປກົງມາ ລວມທັງເນັ້ນເຖິງແນວທາງຫລຸດຄວາມຂັດແຍ່ງລະຫວ່າງ ອາເມລິກາ-ຈີນ.
ສ່ວນສະຖານີໂທລະພາບກາງແຫ່ງປະເທດຈີນ (CCTV) ລາຍງານວ່າ: ທ່ານ ສີຈິ້ນຜິງ ໄດ້ສະເໜີໃຫ້ຈີນ ແລະ ອາເມລິກາ ຢຶດໝັ້ນໃນຫລັກການພື້ນຖານ “ບໍ່ປະທະ ບໍ່ຜະເຊີນໜ້າ” (No Clash, No Confrontation). ພ້ອມທັງໃຫ້ຄວາມສໍາຄັນຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບ ບໍ່ສ້າງບັນຫາຍົ່ວຍຸ ຫລື ລໍ້າເສັ້ນໃດໆ ເພື່ອຮັກສາລະດັບການພົວພັນຂອງທັງສອງປະເທດ ໂດຍທ່ານ ສີຈິ້ນຜິງ ເນັ້ນວ່າ: ກໍລະນີໄຕ້ຫວັນເປັນເສັ້ນສີແດງທີ່ອາເມລິກາບໍ່ຄວນກ້າວຂ້າມ.
ນອກຈາກນີ້, ຜູ້ນໍາຈີນຍັງລະບຸວ່າ: ຂໍ້ຈໍາກັດດ້ານການຖ່າຍໂອນເຕັກໂນໂລຊີຂັ້ນສູງ ແລະ ມາດຕະການຂວໍ້າບາດຕໍ່ທຸລະກິດຈີນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຈີນ. ສ່ວນອາເມລິກາຊີ້ແຈງວ່າ: ຂໍ້ຈໍາກັດຕ່າງໆ ລວມທັງຮ່າງກົດໝາຍຫ້າມນໍາໃຊ້ TikTok ຂອງອາເມລິກາ ເປັນໄປເພື່ອປ້ອງກັນບໍ່ໃຫ້ຂໍ້ມູນຜູ້ໃຊ້ຖືກສົ່ງໄປເຖິງລັດຖະບານຈີນ ເຊິ່ງນໍາໄປສູ່ໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງອາເມລິກາ.
ອ້າງອີງ:
