ຣັດເຊຍ ກຽມພ້ອມເຈລະຈາກັບຝ່າຍຕາເວັນຕົກດ້ວຍເງື່ອນໄຂຄວາມຈິງໃຈ

ວິທະຍຸ ກະຈາຍສຽງ ຫວຽດນາມ ລາຍງານວ່າ: ຣັດເຊຍ ກຽມພ້ອມ ເຈລະຈາກັບ ຝ່າຍຕາເວັນຕົກ ດ້ວຍເງື່ອນໄຂ ເຈລະຈາ ແບບຈິງໃຈ ແລະ ຮັບປະກັນການ ພິຈາລະນາ ບັນດາຜົນປະໂຫຍດ ອັນຊອບທຳ ຂອງຣັດເຊຍ ຢ່າງຄົບຖ້ວນ. ນັ້ນແມ່ນ ການຢັ້ງຢືນຂອງ ທ່ານ ເຊີເກ ລາຣໍຟ (Sergei Lavrov) ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ໃນການຕອບສຳພາດ ກັບ ທ່ານ ອັນເດຣ ຄອນດຣາຊອບ (Andrei Kondrashov) ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ TASS ເມື່ອບໍ່ດົນມານີ້.ຂະນະທີ່ ຜູ້ນຳ ອົງການ ການທູດ ຣັດເຊຍ ໄດ້ໃສ່ໃຈເຖິງ ໝາກຜົນ ການສະຫລຸບ ຂອງທ່ານ ວາລາດີເມຍ ປູຕິນ(Vladimir Putin) ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ບໍ່ມີຄວາມ ເຊື່ອໝັ້ນຕໍ່ ຝ່າຍຕາເວັນຕົກແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີ ການຕ່າງປະເທດ Sergei Lavrov ກໍໄດ້ຢັ້ງຢືນຄືນໃໝ່ວ່າ: ຣັດເຊຍ ຍາມໃດ ກໍສ້າງເງື່ອນໄຂ ເພື່ອດຳເນີນ ການເຈລະຈາ ກັບ ຝ່າຍຕາເວັນຕົກ, ແຕ່ດ້ວຍເງື່ອນໄຂນັ້ນ ແມ່ນວິວັດການ ເຈລະຈາ ຕ້ອງຈິງໃຈ, ມີການຮັບປະກັນ ແລະ ອີງຕາມ ສະພາບການ ຕົວຈິງ ປະຈຸບັນ ກໍຄືເຈລະຈາ ບັນດາ ຜົນປະໂຫຍດ ສອດຄ່ອງ ຕາມກົດໝາຍ ຂອງຣັດເຊຍ ຢ່າງຄົບຖ້ວນ.

