ພາຍຸລະດູໜາວ ເຮັດໃຫ້ປະຊາຊົນອາເມຣິກາ 200 ລ້ານກວ່າຄົນ ປະເຊີນກັບສະພາບອາກາດທີ່ໜາວຈັດ ເສຍຊີວິດແລ້ວ 12 ຄົນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 24 ທັນວາ 2022 ໜ່ວຍງານສະພາບອາກາດແຫ່ງຊາດຂອງສະຫະລັດ ລາຍງານວ່າ: ປະຊາຊົນອາເມຣິກາ 200 ລ້ານຄົນ ກຳລັງໄດ້ຮັບຜົນກະທົບຈາກພາຍຸລະດູໜາວ ສົ່ງຜົນໃຫ້ອາກາດໜາວເຢັນ ມີຫິມະຕົກ ແລະ ນ້ຳກ້ອນປົກຄຸມຕາມທ້ອງຖະໜົນ ແລະ ອາຄານຕ່າງໆ ເຮັດໃຫ້ເກີດໄຟຟ້າດັບເປັນວົງກວ້າງ ກະທົບປະຊາຊົນຫລາຍກວ່າ 1.5 ລ້ານຄົນ.
ຂະນະທີ່ມີລາຍງານຜູ້ເສຍຊີວິດຈາກພາຍຸລະດູໜາວຢ່າງໜ້ອຍ 12 ຄົນ, ການຄົມມະນາຄົມທາງຍົນ, ລົດໄຟ, ລົດ ກໍໄດ້ຮັບຜົນກະທົບ, ຍົກເລີກຖ້ຽວບິນຫລາຍກວ່າ 8,000 ຖ້ຽວ, ເສັ້ນທາງຫລາຍສາຍຖືກປິດ.

