ຄັ້ງທຳອິດໃນປະຫວັດສາດ, ໄດ້ອີກ 2 ທີມໄປບານໂລກ 2018 ລວມ 17 ທີມແລ້ວ

ການແຂ່ງຂັນບານໂລກ 2018 ຮອບຄັດເລືອກເຂດ ເອີຣົບ ໃກ້ສຳເລັດທຸກກຸ່ມແລ້ວ ໂດຍມື້ນີ້ໄດ້ອີກ 2 ທີມທີ່ຄວ້າ ແຊ໊ມກຸ່ມ ພ້ອມກັບຄວ້າໂກຕ້າ ໄປຫຼິ້ນບານໂລກ 2018 ຮອບ ສຸດທ້າຍທີ່ປະເທດຣັດເຊຍ.
ໂດຍ ທີມຊາດເຊີເບຍ ເປີດບ້ານ ເອົາຊະນະ ຈໍເຈຍ 1-0 ເຮັດໃຫ້ພວກເຂົາຄວ້າ ແຊ໊ມກຸ່ມ D ພ້ອມກັບຄວ້າໂກ ຕ້າໄປຫຼິ້້ນບານໂລກຮອບສຸດ ທ້າຍເປັນຄັ້ງທີ 12 ແລະ ເປັນ ການໄດ້ໄປຫຼິ້ນຮອບສຸດທ້າຍ ຄັ້ງທຳອິດນັບຕັ້ງແຕ່ປີ 2010 ໂດຍຜົນງານທີ່ດີທີ່ສຸດເກີດຂຶ້ນໃນປີ 1930 ແລະ 1962 ທີ່ ຜ່ານເຂົ້າໄປເຖິງຮອບ 4 ທີມ ສຸດທ້າຍ.
ຂະນະທີ່ອີກທີມຖືເປັນປາກົດການຄັ້ງໃຫຍ່ນັ້ນຄື ທີມ ຊາດໄອແລນ ທີ່ປະກາດສັກ ດາຄວ້າໂກຕ້າໄປຫຼິ້ນບານ ໂລກຮອບສຸດທ້າຍເປັນຄັ້ງທຳອິດໃນປະຫວັດສາດ ໃນຖາ ນະແຊ໊ມກຸ່ມ I ຫຼັງຈາກເປີດ ບ້ານເອົາຊະນະ ໂຕໂຊໂວ 2-0 ເຮັດໃຫ້ສ້າງປະຫວັດປະ ເທດຢ່າງຕໍ່ເນື່ອງ ໂດຍກ່ອນ ໜ້ານີ້ຫາກໍຈະໄດ້ໄປຫຼິ້ນບານ ເຕະ ເອີໂຣ 2016 ຮອບສຸດ ທ້າຍເປັນຄັ້ງທຳອິດ ແຖມຍັງ ຜ່ານເຂົ້າໄປເຖິງຮອບ 4 ທີມ ສຸດທ້າຍນຳອີກ.