3 ສະຖິຕິ ເມສຊີ່ ໄລ່ຕາມ ມາຣາໂດນາ ໃນບານໂລກ 2022


ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ພວມຈະເປີດສາກຂຶ້ນແລ້ວ ຫນຶ່ງໃນນັກເຕະທີ່ແຟນບານເຊຍ ແລະ ຫວັງຈະໃຫ້ຊູຂັນບານໂລກຫລາຍທີ່ສຸດ ນັ້ນກໍຄື ລີໂອເນລ ເມສຊີ່ ນັກເຕະອາຍຸ 35 ປີ ຈາກສະໂມສອນ ປາຣີສ ແຊັງແຊັກແມັງ.
ເມສຊີ່ ເຄີຍຜິດຫວັງໃນການແຂ່ງຂັນບານໂລກ 2014 ຫລັງເສຍໃຫ້ ທີມຊາດເຢຍລະມັນໃນຮອບຊີງຊະນະເລີດ 0-1 ຈົນເກືອບຈະໂບກມືລາທີມຊາດ ກ່ອນທີ່ຈະກັບໃຈເພາະຄົນຫມົດປະເທດຢາກໃຫ້ຢູ່ຕໍ່.
ຈົນສຸດທ້າຍ ເມສຊີ່ ສາມາດພາທີມຊາດ ອາເຈນຕີນາ ຄວ້າແຊ໊ມບານເຕະ ໂຄປາ ອາເມລິກາ ໄດ້ສຳເລັດ ເຊິ່ງຖືເປັນ ແຊ໊ມລະດັບເມເຈີທຳອິດຂອງ ເມສຊີ່ ໃນນາມທີມຊາດ.
ແລະ ການແຂ່ງຂັນບານໂລກ ເປັນສິ່ງດຽວທີ່ເຮັດໃຫ້ ເມສຊີ່ ເປັນວີລະບູລຸດຂອງປະເທດຄຽງຂ້າງ ດີເອໂກ ມາຣາໂດນາ ຕຳນານນັກເຕະຜູ້ລ່ວງລັບ ເຊິ່ງພາ ອາເຈນຕີນາ ຄວ້າແຊ໊ມໂລກໃນປີ 1986 ໄດ້.
ນອກຈາກນີ້ ໃນແງ່ສະຖິຕິ ບານໂລກ 2022 ຈະເປັນໂອກາດທີ່ ເມສຊີ່ ຈະໄລ່ຕາມ ນັກເຕະຕົວແບບຂອງຕົນ ເຮົາມາເບິ່ງກັນວ່າ ເມສຊີ່ ຍັງມີສະຖິຕິໃດແດ່ທີ່ ຈະແຊງ ມາຣາໂດນາ ໄດ້.
- ຫລິ້ນບານໂລກຫລາຍທີ່ສຸດ.
ມາຣາໂດນາ ສ້າງສະຖິຕິໃນການຫລິ້ນໄວ້ 21 ນັດ ຈາກບານໂລກ 4 ສະໄຫມ, ຂະນະທີ່ ເມສຊີ່ ຫລິ້ນຄັ້ງນີ້ເປັນຄັ້ງທີ 5 ຕ້ອງການອີກ 3 ນັດ ເຊິ່ງຫາກລົງຫລິ້ນຮອບແບ່ງກຸ່ມຄົບທັງ 3 ເກມ ເມສຊີ່ ຈະເປັນຜູ້ຖືຄອງສະຖິຕິນີ້ແຕ່ພຽງຜູ້ດຽວ.
- ແອສຊິສຫລາຍທີ່ສຸດໃນບານໂລກ.
ມາຣາໂດນາ ເຮັດໄວ້ທີ່ 8 ແອສຊິສ ສ່ວນ ເມສຊີ່ ເຮັດແອສຊິສໃນບານໂລກໄວ້ 5 ຄັ້ງ.
- ຍິງປະຕູຫລາຍທີ່ສຸດໃນບານໂລກ.
ເຖິງວ່າສະຖິຕິນີ້ຈະເປັນຂອງ ກາບຣຽວ ບາຕິສຕູຕາ ທີ່ເຮັດໄວ້ 10 ປະຕູ ໂດຍ ມາຣາໂດນາຍິງເອົາໄວ້ທີ່ 8 ປະຕູ ສ່ວນ ເມສຊີ່ ເຮັດໄວ້ 6 ປະຕູ ຕ້ອງການອີກ 3 ເພື່ອແຊງ ມາຣາໂດນາ ແລະ 5 ປະຕູເພື່ອແຊງ ບາຕິໂກ.
ແຕ່ຖ້າເຮັດ 3 ສະຖິຕິນີ້ບໍ່ໄດ້ ແຕ່ອາເຈນຕີນາ ຄວ້າແຊ໊ມໂລກ ກໍພຽງພໍທີ່ຈະເຮັດ ເມສຊີ່ ທຽບຊັ້ນ ມາຣາໂດນາ ໄດ້ແນ່ນອນ.

