ປກສ ແຂວງຈຳປາສັກ ທຳລາຍບັ້ງພຸໄຟ ແລະ ໝາກກະໂພກ ລວມ 40 ແກັດ

ວັນທີ 28 ກຸມພາ 2024 ນີ້, ຫ້ອງຂ່າວ ປກສ ແຂວງຈຳປາສັກລາຍງານວ່າ: ວັນທີ 23 ກຸມພາ 2024 ຢູ່ເຂດຫລັກ 9 ເມືອງບາຈຽງຈະເລີນສຸກ ເຈົ້າໜ້າທີ່ພະແນກຕຳຫລວດເສດຖະກິດ ປກສ ແຂວງຈຳປາສັກໄດ້ທຳລາຍສິນຄ້າຜິດກົດໝາຍປະເພດບັ້ງພຸໄຟ 39 ແກັດ, ໝາກກະໂພກ 1 ແກັດ ລວມ 40 ແກັດ ທີ່ຢຶດໄດ້ຈາກການລັກລອບຂົນ ສົ່ງອອກໄປຂາຍຕໍ່ໃຫ້ແມ່ຄ້າຢູ່ແຂວງອັດຕະປື ແຕ່ຕົ້ນເດືອນຕຸລາປີກາຍ.

ປັດຈຸບັນ ເຈົ້າທີ່ຕຳຫລວດວິຊາສະເພາະ ໄດ້ສ້າງບົດບັນທຶກ ແລະ ສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວກະທຳຜິດອີກ ຖ້າຍັງສືບຕໍ່ແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.