ກໍ່ສ້າງສຳເລັດ ແລະ ເປີດການນຳໃຊ້ ເສັ້ນທາງເລກທີ 16B ເຊກອງ-ດາກຈຶງ ຢ່າງເປັນທາງການ

ການມອບ-ຮັບ ແລະ ເປີດນຳໃຊ້ໂຄງການກໍ່ສ້າງເສັ້ນທາງລກທີ 16B ເຊກອງ-ດາກຈຶງ ມີຄວາມຍາວ 94,6 ກິໂລແມັດ ມູນຄ່າການກໍ່ສ້າງທັງໝົດ 634 ຕື້ກວ່າກີບ ຊຶ່ງເປັັນທຶນພາຍໃນ 100% ໄດ້ດຳເນີນໄປໃນ ວັນທີ 20 ພະຈິກ 2023.
ທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກ ຍທຂ ແຂວງເຊກອງກ່າວວ່າ: ຈຸດເລີ່ມຕົ້ນຂອງໂຄງການ ແມ່ນຕັ້ງຢູ່ເທສະບານເມືອງລະມາມ ແລະ ສິ້ນສຸດ ຢູ່ຂອບເຂດເມືອງດາກຈຶງ, ເຊິ່ງເປັນໂຄງການໜຶ່ງ ທີ່ມີຄວາມໝາຍ, ຄວາມສໍາຄັນດ້ານການຄົມມະນາຄົມຂົນສົ່ງ ທີ່ຕິດພັນກັບການພັດທະນາ ເສດຖະກິດ-ສັງຄົມ. ເປັນເສັ້ນທາງເຊື່ອມຕໍ່, ເຊື່ອມຈອດ ລະຫວ່າງຈັງຫວັດ ອຸບົນຣາຊະທານີ (ປະເທດໄທ) ຜ່ານດ່ານ ຊ່ອງເມັກ-ວັງເຕົ່າ (ແຂວງຈຳປາສັກ), ຜ່ານເທສະບານເມືອງລະມາມ ຂອງແຂວງເຊ ກອງ ອອກສູ່ ເມືອງດາກຈຶງ ເຂົ້າຫາ ສາຍແດນລາວ-ຫວຽດນາມ (ແຂວງດາໜັງ).
ທາງເລກທີ 16B ເມື່ອກໍ່ສ້າງສຳເລັດ ຈະຊ່ວຍປັບປຸງເສດຖະກິດ, ລະບົບພື້ນຖານໂຄງລ່າງ ຂອງແຂວງເຊກອງ ໃຫ້ເຂັ້ມແຂງດີຂຶ້ນເທື່ອລະກ້າວ, ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າທີ່ ຕັ້ງຖິ່ນຖານພູມລໍາເນົາ ຢູ່ລຽບຕາມສາຍທາງ ແລະ ປະຊາຊົນທີ່ອາໃສຢູ່ໃກ້ຄຽງ ໄດ້ຊົມໃຊ້, ໄປ-ມາ ຫາສູ່, ຄ້າຂາຍ ແລະ ການບໍລິການອື່ນໆ ສະດວກສະບາຍວອ່ງໄວຂຶ້ນກວ່າເກົ່າ.
ໂຄງການກໍ່ສ້າງເສັ້ນທາງເລກທີ 16B ເຊກອງ-ດາກຈຶງ ມີຄວາມຍາວ 94,6 ກິໂລແມັດ, ເລີ່ມກໍ່ສ້າງປີ 2009 ແລະ ສິ້ນສຸດໂຄງການປີ 2022, ມູນຄ່າການກໍ່ສ້າງທັງໝົດ 634 ຕື້ກວ່າກີບ ເປັນທຶນພາຍໃນ 100%, ຄວາມກ້ວາງໜ້າທາງລົດແລ່ນ 13 ແມັດ; 9 ແມັດ; 7 ແມັດ ແລະ 6 ແມັດ ຕາມລໍາດັບ, ເປັນທາງປະເພດ 4, ປູຢາງ 2 ຊັ້ນ, ປະກອບມີ ຂົວເບຕົງ 4 ແຫ່ງ ຍາວ 174 ແມັດ, ທໍ່ລ່ຽມ 46 ແຫ່ງ ແລະ ທໍ່ກົມ 206 ແຫ່ງ ກໍ່ສ້າງລະບົບໄຟເຍືອງທາງ, ທາງຄົນຍ່າງ ສອງຝາກຂ້າງ, ກໍ່ສ້າງຂຸມພັກນໍ້າ, ທໍ່ລະບາຍນໍ້າຂ້າງທາງ ສອງເບື້ອງ ແລະ ອື່ນໆ .
ນັກຂ່າວ ແຂວງເຊກອງ

