ການກິນອາຫານເຈບໍ່ໃຫ້ເສຍສຸຂະພາບ

ອາຫານເຈ ເປັນອາຫານທີ່ບໍລິໂພກໃນໄລຍະຖືສິນເຈ ເຊິ່ງເປັນເທສະການການປະຕິບັດຕົນທັງທາງກາຍ ແລະ ໃຈບໍ່ກິນຊີ້ນ ສັດ, ເປັນເທສະການໃນໄລຍະເດືອນກັນຍາ ຂຶ້ນ 1 – 9 ຄໍ່າຂອງຄົນຈີນ ປະມານເດືອນຕຸລາຂອງທຸກປີ ໃນໄລຍະນີ້ເຮົາຈະເຫັນ ຮ້ານອາຫານຫລວງຫລາຍ ລວມທັງຕັ້ງຕາມສູນການຄ້າຈະມີການຂາຍອາຫານສຳເລັດຮູບເຈ, ອາຫານແຫ້ງເຈ ຫລື ແມ່ນແຕ່ອາຫານຫລາຍຢ່າງທີ່ເກົ່າໆກໍຖືເປັນອາຫານສຳລັບຜູ້ທີ່ບໍ່ກິນຊີ້ນສັດຢູ່ແລ້ວ ກໍມີການຕິດສະຫລາກເປັນອາຫານເຈໄປນຳທັງໝົດ ເພາະຄວາມນິຍົມການກິນອາຫານແບບນີ້ໃນເທສະການໄລຍະ 9 ມື້ມີຫລາຍຂຶ້ນ.
ຫລັກການຖືສິນເຈ ຫລື ການຖືສິນເຈເປັນໄລຍະເວລາຂອງການປະຕິບັດຕາມສິນ 3 ຂໍ້ໃຫຍ່ ປະກອບມີ :
- ບໍ່ກິນຊີ້ນສັດ, ບໍ່ເວົ້າໄປທົ່ວທີບ, ບໍ່ເວົ້າຄຳຫຍາບຄາຍ, ບໍ່ເວົ້າຈາຍຸແຍ່ສຽດສີ.
- ເຈຢູ່ກາຍ : ບໍ່ປະພຶດຊົ່ວ, ບໍ່ ຂ້າສັດຕັດຊີວິດ.
- ເຈຢູ່ໃຈ : ບໍ່ຄິດຊົ່ວຮ້າຍ, ບໍ່ຄິດຫຍັງທີ່ບໍ່ມີປະໂຫຍດ ແລະ ຈົ່ງມີສະມາທິສະເໝີ.
ຫລັກການກິນອາຫານເຈໃຫ້ຖືກວິທີ : ອາຫານທີ່ປະກອບດ້ວຍຜັກຈະມີເສັ້ນໄຍ ແລະ ວິຕາມິນຫລາຍ ຊ່ວຍໃນຂະບວນການ ຍ່ອຍ, ປ້ອງກັນພະຍາດຕຸ້ຍ. ໃນຂະນະທີ່ມີໄຂມັນໜ້ອຍ, ໂປຣຕິນ ແລະ ທາດເຫລັກ ລວມເຖິງວິຕາມິນເບ 12 ເຊິ່ງຢູ່ໃນຊີ້ນສັດຈະ ໜ້ອຍ ການກິນອາຫານເຈຖ້າກິນບໍ່ຖືກຕ້ອງອາດຂາດສານອາຫານເຫລົ່ານີ້. ດັ່ງນັ້ນ, ຂໍ້ແນະນຳຄື :
- ກິນໂປຣຕິນໃຫ້ພຽງພໍ : ແຫລ່ງໂປຣຕິນໃນພືດຈະມາຈາກຖົ່ວດິນ, ຖົ່ວເຫລືອງ.
- ກິນຖົ່ວ : ທັນຍາພືດ, ເຂົ້າບໍ່ຜ່ານການຜັດສີ, ເຂົ້າເໝົ້າ, ເຂົ້າກໍ່າທີ່ມີວິຕາມິນຫລາຍ;
- ກິນຜັກທີ່ມີທາດເຫລັກອ່າວຫລາຍ ເຊັ່ນ : ຜັກໃບຂຽວ, ຖົ່ວດິນ ເປັນຕົ້ນ.
4. ຄວນຫລີກເວັ້ນອາຫານທີ່ມີນຳ້ຕານ ຫລື ໄຂມັນຫລາຍເກີນໄປ.
ນອກຈາກຈະບໍ່ກິນຊີ້ນສັດແລ້ວ ຍັງຕ້ອງປະຕິບັດດີ, ມີຈິດໃຈທີ່ດີ ແລະ ລະເວັ້ນຈາກຄວາມຊົ່ວນຳອີກ ຈຶ່ງຈະຖືໄດ້ວ່າທ່ານປະຕິ ບັດສິນເຈໄດ້.

