ທ່ານໃຊ້ ແລະ ຮັກສາຄອນແທັກເລນຖືກວິທີແລ້ວຫລືບໍ່ ?

ປະຈຸບັນຄົນໃສ່ຄອນແທັກເລນກັນຫລາຍຂຶ້ນ, ບາງຄົນໃສ່ແທນການໃສ່ແວ່ນສາຍຕາ, ບາງຄົນໃສ່ເພື່ອຄວາມງາມ ຫລື ແຟ ຊັ່ນ. ດວງຕາຂອງເຮົາເປັນອະໄວຍະວະທີ່ອ່ອນບາງ, ຕິດເຊື້ອໄດ້ງ່າຍ, ຄົນທີ່ໃສ່ຄອນແທັກເລນຄວນສຶກສາວິທີການໃຊ້ ແລະ ຂໍ້ ຄວນລະວັງເພື່ອສຸຂະພາບດວງຕາທ່ີດີ.
- ບໍ່ຄວນຢືມຄອນແທັກເລນຂອງຜູ້ອ່ືນມາໃຊ້.
- ບໍ່ຄວນໃສ່ນອນ ປິດກັ້ນອົກຊີແຊນ ສ່ຽງຕໍ່ການຕິດເຊື້ອ.
- ຫລີກເວັ້ນການສຳຜັດກັບນຳ້ ເຊັ່ນ : ການໃສ່ຄອນແທັກເລນອາບນຳ້ ຫລື ລອຍນຳ້.
- ກ່ອນຈັບຄອນແທັກເລນຕ້ອງລ້າງມືໃຫ້ສະອາດທຸກເທື່ອ.
- ໃຊ້ນຳ້ຕາທຽມຢອດໃນລະຫ່ວາງໃສ່ເປັນໄລຍະປ້ອງກັນອາການຕາແຫ້ງ.
- ຫລັງການໃຊ້ ຄົນສ່ວນຫລາຍມັກຈະຖອດແຊ່ໄວ້ ເຊິ່ງບໍ່ຖືກຕ້ອງ ຄວນຖູ ແລະ ລ້າງໂດຍການວາງໄວ້ໃນອຸນຫະພູມອົ້ງມື ແລະ ລ້າງດ້ວຍນິ້ວມື.
- ຫ້າມລ້າງຄອນແທັກເລນດ້ວຍນຳ້ດື່ມ ຫລື ນຳ້ປະປາ.
- ກ່ອງໃສ່ຄອນແທັກເລນຄວນລ້າງດ້ວຍນຳ້ຢາລ້າງຄອນແທັກເລນ ແລະ ຂວຳ້ໃຫ້ແຫ້ງ.
- ບໍ່ຄວນເທນຳ້ຢາລ້າງຄອນແທັກເລນໃສ່ພາຊະນະອື່ນເພື່ອພົກພາ ເພາະອາດຕິດເຊື້ອ.
- ຫາກບໍ່ໃສ່ເປັນເວລາດົນ ຄວນປ່ຽນນຳ້ຢາເລື້ອຍໆ ເພາະນຳ້ຢາຈະເສື່ອມປະສິດທິພາບລົງ.

