ກິນແລ້ວບໍ່ຖ່າຍອີກບໍ່ດົນທ່ານຈະເປັນມະເຮັງລຳໄສ້

ອາຈົມຕົກຄ້າງໃນລຳໄສ້ ມີສາເຫດມາຈາກ :
- ຫຍຳ້ອາຫານບໍ່ແຫລກ.
- ກິນອາຫານທີ່ມີກາກໄຍໜ້ອຍ.
- ມີແມ່ທ້ອງ ຫລື ເຊື້ອລາ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິ.
- ລະບົບດູດຊຶມບໍ່ດີ ເພາະນຳ້ມັນພືດເຄືອບ ເຮັດໃຫ້ນຳ້ທີ່ດື່ມເຂົ້າໄປບໍ່ໝູນວຽນ.
- ບໍ່ຖ່າຍອາຈົມໃນເວລາ 5:00 – 7:00 ໂມງເຊົ້າ.
ຫາກຖ່າຍອາຈົມຫລັງເວລາ 7:00 ໂມງເຊົ້າ ລຳໄສ້ຈະບີບໃຫ້ອາຈົມຂຶ້ນໄປທາງເທິງ ເວລາຖ່າຍຈະຖ່າຍອອກບໍ່ໝົດ, ແຕ່ບໍ່ຮູ້ ໂຕ. ຢູ່ປາຍລຳໄສ້ຈະມີປະສາດປາຍຮູທະວານ ເມື່ອມີອາຈົມທີ່ແຫລວມາຢູ່ປາຍທະວານ ປະສາດຈະສົ່ງສັນຍານບອກສະໝອງໃຫ້ ປວດຖ່າຍ ຫລັງ 7:00 ໂມງເຊົ້າ ລຳໄສ້ຈະເຮັດວຽກບໍ່ເປັນປົກກະຕິ ບີບອາຈົມໃຫ້ຂາດໄລຍະ ເວລາຖ່າຍຈຶ່ງຮູ້ສຶກວ່າໝົດແລ້ວ ເຮົາກໍຢຸດຖ່າຍ, ແຕ່ຄວາມຈິງ ອາຈົມໄລຍະທ້າຍຂະບວນຍັງບໍ່ອອກ, ແຕ່ມັນຖືກດັນກັບຂຶ້ນໄປ ບໍ່ມາຢູ່ປາຍຮູທະວານ ເຮັດໃຫ້ເຮົາບໍ່ປວດຖ່າຍຕໍ່ອີກ ເຮົາກໍຄິດວ່າໝົດແລ້ວ ອາຈົມທີ່ຄ້າງໄວ້ນີ້ກໍຈະຈັບຢູ່ຜິວໜັງລຳໄສ້ ເມື່ອມີອາຈົມໃໝ່ທີ່ແຫລວກ່ວາ ມັນກໍແຊງໜ້າໄປກ່ອນ, ແຕ່ມັນບໍ່ສາມາດດັນພວກທີ່ຄ້າງແຂງໃຫ້ອອກໄປໄດ້ ພວກທີ່ຄ້າງແຂງໄວ້ກໍຈັບຕິດແໜ້ນ.
ສະນັ້ນ, ທຸກມື້ທີ່ຖ່າຍ ມັນກໍຖ່າຍອອກສະເພາະແຕ່ອາຈົມທີ່ແຫລວ ພາກສ່ວນທີ່ເຫລືອກໍຈັບໄປເລື້ອຍໆ ອາຈົມຕົກຄ້າງຈະໄປ ທັບເສັ້ນເລືອດຕ່າງໆໃນກະເພາະ ແລະ ກົດທັບກະດູກສັນຫລັງ ເຮັດໃຫ້ເກີດອາການຫລວງຫລາຍ ດັ່ງຍື່ງທ້ອງ, ປວດຫລັງ, ປວດຂາ, ປວດກ້າມຊີ້ນບ່າໄຫລ່, ວິນຫົວ, ເພຍ, ນອນບໍ່ຫລັບ, ເປັນຝ້າ, ໄມເກຣນ ແລະ ອື່ນໆ ນັ້ນເປັນທີ່ມາຈາກອາການອາຈົມຕົກຄ້າງໃນລຳໄສ້ ການເອົາອາຈົມຕົກຄ້າງອອກ ຈຶ່ງມີຄວາມຈຳເປັນ.
– ສູດທີ 1 : ແກ່ນຜັກອິຕູ່ 2 ບ່ວງກາເຟ ປະສົມນຳ້ 1 ຈອກ ປະໄວ້ 30 ນາທີ ດື່ມກ່ອນນອນ ແກ່ນຜັກອິຕູ່ຈະລາກອາຈົມຕົກຄ້າງອອກມາ, ກິນເປັນປົກກະຕິໄດ້ທຸກມື້ ຫລື 3 – 4 ມື້ຕໍ່ອາທິດ.
- ສູດທີ 2 : ກິນຜັກບົ້ງ 2 ກຳມື, ຂົ້ວ ຫລື ຕົ້ມ ປຸງແຕ່ງໄດ້ຕາມໃຈມັກ ຜັກບົ້ງຈະລາກອາຈົມຕົກຄ້າງໃນລຳໄສ້ອອກ.
- ສູດທີ 3 : ດື່ມນົມສົດ 2 ກ່ອງ (ລວມກັນໄດ້ 500 ມິນລີລິດ) ແລະ ກິນໝາກກ້ວຍນຳ້ 2 ໜ່ວຍ ກິນກ່ອນ 6:00 ໂມງເຊົ້າ. ໄລຍະທຳອິດຄວນກິນຕິດຕໍ່ກັນ 3 ມື້ ຫາກຖ່າຍກ່ອນ 7:00 ໂມງເຊົ້າ ເປັນປົກກະຕິໄດ້ແລ້ວກໍຫລຸດມາເປັນອາທິດລະ 2 ເທື່ອ.

