ແຂວງບໍ່ແກ້ວ ສະເໜີໃຫ້ລັດຖະບານເຢຍລະມັນ ຊ່ວຍເຫລືອວຽກງານການສຶກສາ ແລະ ພື້ນຖານໂຄງລ່າງເພີ່ມຕື່ມ

ວັນທີ 7 ກຸມພາ 2024, ທ່ານ ນາງ ອັນເນັດ ຄະໂນບຣັອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ແລະ ເຂົ້າພົບປະ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ໂອກາດນີ້,ທ່ານ ຮອງເຈົ້າແຂວງ ລາຍງານວ່າ: ການພັດທະນາວຽກງານດ້ານກະສິກໍາ, ການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ ທີ່ທາງແຂວງໄດ້ຮັບການເຫລືອຊ່ວຍຈາກລັດຖະບານເຢຍລະມັນ ໃນໄລຍະຜ່ານມາເຖິງປັດຈຸບັນ ເປັນຕົ້ນ: ແມ່ນໂຄງການ GTZ, KFW, ICBF, INGO ໄດ້ຈັດຕັ້ງປະຕິບັດສໍາເລັດ ແລະ ມີໂຄງການໃໝ່ທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ, ສ່ວນຫລາຍແມ່ນວຽກງານກະສິກໍາທໍາການກະເສດປູກຝັງ,ລ້ຽງສັດ, ສົ່ງເສີມ ປະຊາຊົນທໍາການຜະລິດເຂດຊົນນະບົດ, ການຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ແລະ ວຽກງານອື່ນໆ. ພ້ອມທັງໄດ້ສະເໜີໃຫ້ລັດຖະບານເຢຍລະມັນ ໃນການຊຸກຍູ້ຊ່ວຍເຫລືອວຽກງານການສຶກສາ, ພື້ນຖານໂຄງລ່າງເພີ່ມຕື່ມ.
ທ່ານທູດເຢຍລະມັນ ປະຈໍາລາວ ໄດ້ສະເໜີຈຸດປະສົງການມາຢ້ຽມຢາມແຂວງບໍ່ແກ້ວໃນຄັ້ງນີ້ ເປັນຕົ້ນແມ່ນຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ລັດຖະບານເຢຍລະມັນ ໄດ້ຊ່ວຍເຫລືອ ແລະ ສະໜັບສະໜູນແຂວງບໍ່ແກ້ວ ຕະຫລອດມາ, ການພັດທະນາພື້ນຖານໂຄງລ່າງ, ການສົ່ງເສີມປະຊາຊົນເຂດຊົນນະບົດປູກຝັງ-ລ້ຽງສັດ ທໍາການຜະລິດ, ການບໍລິການ ເຊື່ອມຍົງກັບການທ່ອງທ່ຽວ, ຂໍ້ສະດວກ ແລະ ສິ່ງທ້າທາຍໃນການລົງທຶນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ການພັດທະນາພຶ້ນຖານໂຄງລ່າງ ຕິດພັນກັບການທ່ອງທ່ຽວ.

