ຍາມໜາວ ສ່ຽງຕິດທັງໄຂ້ຫວັດຕາມລະດູການ ແລະ ໂຄວິດ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານໃນວັນທີ 4 ມັງກອນ 2022 ວ່າ: ໃນໄລຍະນີ້ເຂົ້າສູ່ຍາມໜາວ ເຮັດໃຫ້ຄົນມີອາການຄ້າຍຄືໄຂ້ຫວັດຫລາຍໂດຍສະເພາະຢູ່ບັນ ດາແຂວງທາງພາກເໜືອ ທີ່ພົບການລະບາດໄຂ້ຫວັດເປັນຈຸ້ມທັງຍັງກວດພົບການລະບາດພະຍາດໂຄວິດ-19 ເປັນຈູ້ມຢູ່ຫລາຍເມືອງ ເຊິ່ງປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້.

ຈາກສະພາບດັ່ງກ່າວ, ພັກ-ລັດ ໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫລີກເວັ້ນການໄປຈຸດສ່ຽງຕ່າງໆ ເຊັ່ນຕະຫລາດ, ງານພິທີຕ່າງໆ ຖ້າຈໍາເປັນຕ້ອງໄປແທ້ໆ ກໍຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.
ສໍາລັບສໍານັກງານອົງການ ພາຍຫລັງພັກປີໃໝ່ສາກົນຫລາຍວັນ, ຫລາຍຄົນໄດ້ເດີນທາງກັບຈາກການໄປຢ້ຽມຢາມຄອບຄົວ, ກັບຄືນບ້ານ, ໄປສະຖານທີ່ທ່ອງທ່ຽວຕ່າງໆຢູ່ຫລາຍແຂວງ, ເມື່ອກັບມາເຮັດວຽກປົກ ກະຕິຢູ່ຫ້ອງການກໍຄວນມີມາດຕະການປ້ອງກັນການຕິດເຊື້ອ ໂດຍສະເພາະຄວນວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ມີຈຸດລ້າງມືໃນສະຖານທີ່ເຮັດວຽກ, ຮັກສາໄລຍະຫ່າງ ແລະ ແນະນຳໃຫ້ເປີດປ່ອງຢ້ຽມເພື່ອໃຫ້ອາກາດຖ່າຍເທສະດວກ. ຖ້າພະນັກງານຄົນໃດບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດ ຫຼື ເປັນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອກໍ່ໃຫ້ຜູ້ກ່ຽວໂຈະການມາເຮັດວຽກຢູ່ຫ້ອງການທັນທີພ້ອມທັງຈຳກັດບໍລິເວນຕົນເອງແລະ ໃຫ້ເຮັດວຽກທາງໄກຢູ່ເຮືອນ ພ້ອມທັງກວດຫາເຊື້ອໂດຍໄວ ເພື່ອຄວາມປອດໄພຂອງທຸກຄົນ.

