ຮອງປະທານສະພາແຫ່ງຊາດ ຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸ ຢູ່ບ້ານນາໂຊກ ແຂວງຄຳມ່ວນ

ວັນທີ 5 ກຸມພາ 2024, ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມຖາມຂ່າວ ພ້ອມທັງມອບເງິນຊ່ວຍເຫລືອ ຈຳນວນ 10.000.000 ກີບ ເພື່ອເປັນການບັນເທົາທຸກໃນເບື້ອງຕົ້ນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸຢູ່ບ້ານນາໂຊກ ເມືອງຍົມມະລາດ ແຂວງຄຳມ່ວນ.
ວັນທີ 3 ກຸມພາ 2024 ໄດ້ເກີດມີຝົນຕົກໜັກ ແລະ ລົມພະຍຸພັດ ເຮືອນຊານປະຊາຊົນ 6 ບ້ານພາຍໃນເມືອງຍົມມະລາດຄື: ບ້ານ ບຸ່ງເບົາ, ຫ້ວຍເຢັນ, ດອນເປືອຍ, ນາໂຊກ, ນາກະຕັງ ແລະ ບ້ານຕະຫລາກ ເສຍຫາຍຫລາຍພໍສົມຄວນ, ຜ່ານການລົງເກັບກຳຂໍ້ມູນຜົນເສຍຫາຍຈາກລົມພະຍຸ ມີ58 ຄອບຄົວ, ພົນລະເມືອງທັງໝົດ 257 ຄົນ, ເຮືອນຊານເປ່ເພ 58 ຫຼັງ, ເປ່ເພເສຍຫາຍໜັກ 5 ຫລັງ, ເປ່ເພເລັກໜ້ອຍ 52 ຫລັງ, ຫ້ອງການບ້ານ 1 ຫລັງ, ເສົາໄຟຟ້າແຮງກາງ ຢູ່ບ້ານນາໂຊກ ຫັກ4 ຕົ້ນ, ຕາຂ່າຍ 22KV ບ້ານນາແຫວງໄປຫາບ້ານໂພນແສດ ສາຍໄຟຂາດ 2 ເສັ້ນ, ສ່ວນປະຊາຊົນໃນ 6 ບ້ານແມ່ນມີຄວາມປອດໄຟ.

