ປະກາດແຕ່ງຕັ້ງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃໝ່ 2 ທ່ານ

ວັນທີ 31 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ມີພິທີປະກາດການຈັດຕັ້ງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 2 ທ່ານ ຄື: ທ່ານ ເຂິງຄໍາ ແກ້ວໜູຈັນ ແລະ ທ່ານ ນາງ ບຸນໜັກ ດາລາງາແກ້ວ. ໂດຍການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.