ເກີດເຫດລົດບັນທຸກໝູ ປີ້ນຢູ່ທາງພູເກົ້າຫລັກ ເສຍຊີວິດ 1 ຄົນ

ໜ່ວຍກູ້ຊີບອົງການກາແດງລາວຫລວງພະບາງ ລາຍງານວ່າ: ເວລາ 15:38 ໂມງຂອງວັນທີ 13 ກຸມພາ 2022 ໄດ້ເກີດອຸບັດຕິເຫດ ລົດບັນທຸກໝູ ປີ້ນລົງຂ້າງທາງຢູ່ເສັ້ນທາງ ບ້ານນາເມືອງເຂດພູເກົ້າຫລັກ ແຂວງຫລວງພະບາງ ແລະ ພາຍຫລັງໜ່ວຍກູ້ຊີບເປັນເຖິງຈຸດເກີດເຫດ ແລະ ກວດສອບພົບຜູ້ເສຍຊີວິດ 1 ຄົນ.

ໂດຍຜູ້ບາດເຈັບທີໜຶ່ງ ຂາຂວາຫັກເປີດ, ມີບາດຈີກຢູ່ຂາຊ້າຍຜູ້ທີ 2 ເສຍຊີວິດຄາທີ່ຊື່ທ້າວ ເກດສະຫນາ ອາຍຸ 51 ປີຢູ່ບ້ານຫລັກ 53 ເມືອງຈຳພອນ ແຂວງສະຫວັນນະເຂດ

ຫລັງເກີດເຫດ, ໜ່ວຍກູ້ຊີບອົງການກາແດງລາວຫລວງພະບາງໄດ້ນຳສົ່ງຜູ້ບາດເຈັບແລະ ຜູ້ເສຍຊີວິດໄປໂຮງໝໍແຂວງຫລວງພະບາງ.

อาจเป็นรูปภาพของ 6 คน และ กลางแจ้งอาจเป็นรูปภาพของ กลางแจ้ง และ ต้นไม้อาจเป็นรูปภาพของ 5 คน, ต้นไม้, ถนน และ ท้องฟ้า