ສະເໜີຂໍການຊ່ວຍເຫລືອເພີ່ມຕື່ມໃນວຽກງານຄວາມປອດໄພຕາມທ້ອງຖະໜົນ ເພື່ອເຮັດໃຫ້ ອັດຕາການເສຍຊີວິດຈາກອຸບັດເຫດຫລຸດລົງ

ໃນເວລາຕ້ອນຮັບ ທ່ານ ນາງ Armida Salsiah ALISIJABANA ເລຂາທິການບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP) ພ້ອມດ້ວຍຄະນະ ເຂົ້າຢ້ຽມພົບປະ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ສປປ ລາວ ແຕ່ວັນທີ 29-30 ມັງກອນ 202 4ນີ້

ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ Armida Salsiah ALISIJABANA ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນຂີດໝາຍສຳຄັນຂອງການຮ່ວມມື ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບ UNESCAP ໂດຍສະເພາະໃນຂົງເຂດທາງລົດໄຟ, ການພັດທະນາສິ່ງອໍານວຍຄວາມສະດວກດ້ານໂລຈີສຕິກ, ການພັດທະນາຕົວເມືອງອັດສະລິຍະ ແລະ ຄວາມປອດໄພຕາມທ້ອງຖະໜົນ.

 

ທ່ານລັດຖະມົນຕີ ໄດ້ກ່າວຂອບໃຈຕໍ່ UNESCAP ທີ່ໄດ້ຊ່ວຍເຫຼືອ ສຳລັບໂຄງການປັບປຸງລະບົບການຂັບຂີ່ໃນ ສປປ ລາວ (Improving Driving License in Lao PDR), ຊ່ວຍເຫຼືອຈັດສຳມະນາສ້າງຂີດຄວາມສາມາດ ກ່ຽວກັບການຂົນສົ່ງທາງລົດໄຟລະຫວ່າງປະເທດ ສຳລັບ ສປປ ລາວ (Capacity Building Workshop on Strengthening International Railway Transport in Lao PDR) ແລະ ໃຫ້ການສະໜັບສະໜູນ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການເພື່ອການຮ່ວມມືທາງລົດໄຟ (OSJD).

 

ສຳລັບການຮ່ວມມືໃນຕໍ່ໜ້າ ທັງສອງຝ່າຍເຫັນດີເປັນເອກະພາບ ໃຫ້ຊ່ຽວຊານຂອງ UNESCAP ຊ່ວຍທົບທວນບັນດານິຕິກຳ ກ່ຽວກັບທ່າບົກ, ເຂດໂລຈີສຕິກ ແລະ ເຂດເສດຖະກິດປິ່ນອ້ອມ ເນື່ອງຈາກ UNESCAP ເປັນຜູ້ລິເລີ່ມ ແລະ ມີປະສົບການກ່ຽວກັບ ສັນຍາລະຫວ່າງປະເທດວ່າດ້ວຍທ່າບົກ (Intergovernmental Agreement on Dry Ports). ພ້ອມທັງໄດ້ສະເໜີຂໍການຊ່ວຍ ເຫຼືອເພີ່ມຕື່ມໃນວຽກງານຄວາມປອດໄພຕາມທ້ອງຖະໜົນ ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ເປົ້າໝາຍ 2030 ໃນການຫຼຸດຜ່ອນອັດຕາການເສຍຊີວິດຈາກອຸບັດເຫດລົງໃຫ້ໄດ້ 50%.