ອັດຕະປື ເລີ່ມກໍ່ສ້າງທາງປູຢາງ 2 ຊັ້ນທາງຫລວງແຫ່ງຊາດເລກທີ 18A ໄລຍະ 2 ຈະສຳເລັດວັນທີ 18 ມັງກອນ 2024

ແຫລ່ງຂ່າວຈາກແຂວງອັດຕະປື ລາຍງານວ່າ: ວັນທີ 26 ພະຈິກຢູ່ບ້ານເວີນແຄນເມືອງສາມັກຄີໄຊ ໄດ້ເປີດໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດທາງເລກທີ 18A ໄລຍະ 2 ແຕ່ຂົວຫ້ວຍອຸກ ຫາ ເທສະບານແຂວງອັດຕະປື ລວງຍາວ 23 ກວ່າກິໂລແມັດ.

ທ່ານ ຂັນທະວີ ກິ່ນຫອມສົມບັດ ຫົວໜ້າໂຄງການກໍ່ສ້າງເສັ້ນທາງດັ່ງກ່າວລາຍງານວ່າ: ໂຄງການນີ້ຢູ່ໃນແຜນລົງທຶນຂອງລັດປີ 2022 ແລະ ເປັນໂຄງການທີ່ຈະເຮັດໃຫ້ການສັນຈອນລະຫວ່າງເທສະບານແຂວງຫາເມືອງສະໜາມໄຊສະດວກສະບາຍ ແລະ ຫລຸດຜ່ອນເວລາການເດີນທາງໄປມາ ທັງສ້າງເງື່ອນໄຂອັນດີຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາພັດ ທະນາຕື່ມອີກ. ເສັ້ນທາງດັ່ງກ່າວ ຍາວ 23 ກວ່າກິໂລແມັດ, ທາງກວ້າງ 9 ແມັດ, ປູຢາງ 2 ຊັ້ນກວ້າງ 7 ແມັດ ແລະ ບ່າທາງເບື້ອງລະ 7 ແມັດ ໂດຍມີ 10 ສັນຍາບໍລິສັດຮັບເໝົາກໍ່ສ້າງ ຊຶ່ງຈະໃຊ້ທຶນ 85 ຕື້ກວ່າກີບ ແລະ ຈະສຳເລັດການກໍ່ສ້າງວັນທີ 18 ມັງກອນ 2024.