ມູນຄ່າການຄ້າຂອງລາວ ເດືອນ 12 ປີ 2023 ບັນລຸ 1.235 ລ້ານໂດລາ ຂາດດຸນ 175,6 ລ້ານໂດລາ

ສູນຂໍ້ມູນຂ່າວສານ ການຄ້າ ລາຍງານ ວັນທີ 24 ມັງກອນ 2024 ນີ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 12 ປີ 2023 ບັນລຸໄດ້ 1.235 ລ້ານໂດລາສະຫະລັດ ໃນນີ້ມູນຄ່າການນໍາເຂົ້າ ປະມານ 703.6 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະມານ 531,3 ລ້ານໂດລາ ຂາດດຸນ ການຄ້າປະມານ 175,6 ລ້ານ

10 ອັນດັບ ສິນຄ້າສົ່ງອອກຫຼັກປະກອບມີ: ຄໍາປະສົມ, ຄຳແທ່ງ 72.4 ລ້ານ, ຢາງພາລາ 44.6 ລ້ານ, ແຮ່ທອງ 38,5 ລ້ານ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,2 ລ້ານ, ມັນຕົ້ນ 34.8 ລ້ານ, ແປ້ງມັນຕົ້ນ 24.4 ລ້ານ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 24.4 ລ້ານ, ເຍື່ອໄມ້ ແລະ ເສດເຈ້ຍ 23.1 ລ້ານ, ແຮ່ເຫຼັກ 21.9 ລ້ານ ແລະ ເຄື່ອງນຸ່ງຫົ່ມ 21.9 ລ້ານ.

10 ອັນດັບ ສິນຄ້ານຳເຂົ້າ ປະກອບມີ: ກາຊວນ 94.1 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 78.1 ລ້ານ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 69.2 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 36 ລ້ານ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານ, ນໍ້າມັນແອັດຊັງ, ແອັດຊັງພິເສດ 22.9 ລ້ານ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 22.7 ລ້ານ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 22.7 ລ້ານ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 21.6 ລ້ານ ແລະ ເຍື່ອໄມ້ ແລະ ເສດເຈ້ຍ 20.2 ລ້ານ

5 ອັນດັບ ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍໄດ້ແກ່: ຈີນ ປະມານ 200.3 ລ້ານ, ຫວຽດນາມ 118.1 ລ້ານ, ໄທ 88.2 ລ້ານ, ອົດສະຕາລີ 37.9 ລ້ານ ແລະ ອີນເດຍ ປະມານ 18.6 ລ້ານ

5 ອັນດັບປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ ໄດ້ແກ່: ຈີນ 298.7 ລ້ານ ໂດລາສະຫະລັດ, ໄທ ປະມານ 271.3 ລ້ານ, ຫວຽດນາມ 34 ລ້ານ, ສະຫະລັດອາເມລິກາ 24.1 ລ້ານ ແລະ ຍີ່ປຸ່ນ ປະມານ 24.1 ລ້ານ
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 12 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).