ວັນທີ 25 ພຶດສະພາ 2023 ນີ້ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ (TNB Power Generation Sdn. Bhd.) ຮ່ວມລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືດ້ານພະລັງງານ ແລະ ພັດທະນາແຫລ່ງຜະລິດຢູ່ ລາວ ໃນອະນາຄົດ, ຖືເປັນບາດກ້າວສຳຄັນໜຶ່ງຂອງ ສປປ ລາວ ໃນການເປັນໝໍ້ໄຟຟ້າແຫ່ງອາຊຽນ.
ຮ່ວມລົງນາມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ດາໂຕະ ອິນເດຣາ ອິລ ບາຮາຣິນ ດິນ (Dato Ir. Baharin Din) ປະທານສະພາບໍລິຫານ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ, ມີ ທ່ານ ແອັດດີ້ ອີຣາວານ ມາໝຸດ ເອກອັກຄະຣາຊະທູດມາເລເຊຍ ປະຈໍາລາວ, ມີການນຳຂອງກະຊວງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂໄ້າຮ່ວມເປັນສັກຂີພິຍານ.
ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ເປັນບໍລິສັດຊັ້ນນຳຂອງໄຟຟ້າແຫ່ງຊາດຂອງປະເທດ ມາເລເຊຍ ໃນການລົງທຶນດ້ານພະລັງງານ, ມີການຮ່ວມມືກັບລັດວິສາຫະກິດໄຟຟ້າລາວໃນໄລຍະຜ່ານມາ, ໃນການສຶກສາຄວາມເປັນໄປໄດ້ ເພື່ອຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນໃນພາກພື້ນອາຊຽນ ເປັນຄັ້ງທໍາອິດ ພາຍໃຕ້ໂຄງການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ 3 ປະເທດ ລາວ-ໄທ ແລະ ມາເລເຊຍ ໃນການສົ່ງອອກໄຟຟ້າໄປຂາຍຢູ່ ສິງກະໂປ, ປະກອບ ສ່ວນເຮັດໃຫ້ປະເທດລາວ ກາຍເປັນໝໍ້ໄຟຟ້າແຫ່ງອາຊຽນຢ່າງແທ້ຈິງ.
ການຮ່ວມລົງນາມສຶກສາຄວາມເປັນໄປໄດ້ໃນ ຮ່ວມມືດ້ານພະລັງງານ ແລະ ພັດທະນາແຫລ່ງຜະລິດ ເພື່ອຊື້-ຂາຍໄຟຟ້າລະຫວ່າງລາວ ແລະ ມາເລເຊຍໃນຄັ້ງນີ້ ໄດ້ກາຍເປັນຄູ່ຮ່ວມຍຸດທະສາດທາງທຸລະກິດດ້ານພະລັງງານລະຫວ່າງສອງບໍລິສັດ ໂດຍນໍາໃຊ້ແຫລ່ງພະລັງງານໝູນວຽນທີ່ປະເທດລາວມີທ່າແຮງ, ນອກຈາກ ເປັນຜູ້ສະໜອງພະລັງງານໃຫ້ບັນດາປະເທດໃກ້ຄຽງແລ້ວ, ສປປ ລາວ ຍັງມີວິໄສທັດໃນການຈັດຕັ້ງປະຕິບັດໝໍ້ໄຟຟ້າແຫ່ງອາຊຽນ ດ້ວຍການຊື້-ຂາຍ ແລະ ແລກປ່ຽນໄຟຟ້າພາຍໃນພາກພື້ນອາຊຽນ.
ທ່ານ ຈັນທະບູນ ສຸກອາລຸນ ກ່າວວ່າ: ປັດຈຸບັນ, ສປປ ລາວ ເປັນຜູ້ນຳໃນດ້ານການພັດທະນາແຫລ່ງຜະລິດພະລັງງານນຳ້ ເຊິ່ງມີເຖິງ 80 ແຫລ່ງຜະລິດພະລັງງານທີ່ກຳລັງຜະລິດຢູ່, ໃນການຮ່ວມມືກັບ TNB ໃນຄັ້ງນີ້, ພວກເຮົາສາມາດເພີ່ມປະລິມານການຜະລິດ ແລະ ກໍເປັນກຽດທີ່ໄດ້ຮ່ວມມືກັບ TNB ຈົນນຳມາເຖິງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ໃນການໃນການຮ່ວມມືດ້ານພະລັງງານທົດແທນ ແລະ ພັດທະນາແຫລ່ງຜະລິດ ຢູ່ ສປປ ລາວ ແລະ ເປັນໂອກາດໃຫ້ແກ່ການຮ່ວມມືທາງທຸລະກິດອື່ນໆລະຫວ່າງສອງຝ່າຍ