ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບຕົວຜູ້ຄ້າຂາຍຢາເສບຕິດ 4 ຄົນ ພ້ອມຂອງກາງຢາໄອສ໌ 20 ກິໂລ

ວັນທີ 17 ມັງກອນ 2024 ນີ້, ປກສ ແຂວງຈຳປາສັກ ລາຍງານວ່າ : ໃນວັນທີ 9 ທັນວາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກຈຶ່ງໄດ້ປະສານສົມທົບກັບ ປກສ ເມືອງປະທຸມພອນ ແລະ ປກສ ເມືອງໂຂງ ເຂົ້າກັກຕົວຜູ້ຄ້າຂາຍຢາເສບຕິດ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ມີ 4 ຄົນ ຍິງ 1 ຄົນ ຄື:
- ທ້າວຄຳມິ່ງ ອາຍຸ 46 ປີ ສັນຊາດລາວ ຄ້າຂາຍ ບ້ານພອນໄຊ ເມືອງຫລວງພະບາງ ແຂວງຫລວງພະບາງ,
- ທ້າວຈໍ ອາຍຸ 25 ປີ ສັນຊາດລາວ ກຳມະກອນ ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ,
- ທ້າວຈັນ ອາຍຸ 31 ປີ ສັນຊາດລາວ ກຳມະກອນ ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
- ນາງ ຊາຍ ອາຍຸ 37 ປີ ສັນຊາດລາວ ຄ້າຂາຍ ບ້ານດອນແອນ ເມືອງງາ ແຂວງອຸດົມໄຊ,
ພ້ອມເຄື່ອງຂອງກາງຢາໄອ໊ສ ຈໍານວນ 20 ກິໂລ, ລົດຈິບຟໍຈູນເນີ ສີດໍາ 1 ຄັນ, ລົດເກັງສີແດງ 1 ຄັນ, ໂທລະສັບມືຖື 4 ໜ່ວຍ, ເງິນກີບ 41.525.000 ກີບ ແລະ ເງິນບາດ 30.140 ບາດ. ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ພວມດຳເນີນການຕາມຂັ້ນຕອນຂອງລະບຽບກົດໝາຍ

