ໜ່ວຍພັກສ່ວຍສາອາກອນປະຈຳແຂວງອັດຕະປື ມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

ວັນທີ 21 ກໍລະກົດ 2021 ນີ້ໜ່ວຍພັກສ່ວຍສາອາກອນປະຈຳແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2020 ເປັນປີທີ 4 ຕິດຕໍ່ກັນ ໂດຍການເປັນປະທານ ຂອງ ສະຫາຍ ຄຳບຸນ ດວງພະບາງ ຄະນະປະຈຳພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍເລຂາຄະນະພັກຮາກຖານພະແນກການເງິນແຂວງ, ບັນດາສະຫາຍຄະນະກຳມະການຈາກ4 ພາກສ່ວນກ່ຽວຂ້ອງຄື:ຫ້ອງວ່າການແຂວງ, ກວດກາພັກແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ), ມີບັນດາສະຫາຍ ເລຂາ,ຮອງເລຂາໜ່ວຍພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຮາກຖານພັກພະແນກການເງິນແຂວງ ພ້ອມດ້ວຍບັນດາສະມາ ຊິກພັກສ່ວຍສາອາກອນປະຈຳແຂວງ ເຂົ້າຮ່ວມ.
ສະຫາຍ ບຸນຍົງ ໄຊຍະແສງ ເລຂາໜ່ວຍພັກສ່ວຍສາອາກອນປະຈໍາແຂວງ ໄດ້ຜ່ານບົດສະຫລຸບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນໄລຍະປີ 2020 ທີ່ຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ມີຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຕໍ່ວຽກງານທີ່ພັກ-ລັດໄດ້ມອບໝາຍໃຫ້ ໂດຍຖືເອົາວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ເປັນຕົ້ນຕໍ ເຮັດໃຫ້ສະມາຊິກພັກສ່ວນຫລາຍຍັງຮັກສາໄດ້ຄຸນທາດການເມືອງ ຢ່າງໜັກ ແໜ້ນ,ມີອຸດົມການ ແລະ ມີນ້ຳໃຈການປະຕິວັດສູງໂດຍປະຕິບັດຕາມແນວທາງຂອງພັກ,ກົດໝາຍຂອງລັດ ໄດ້ດີ,ມີການເຄື່ອນໄຫວຕາມແບບແຜນທີ່ໄດ້ກຳນົດໄວ້ ແລະສືບຕໍ່ປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງເທື່ອລະກ້າວ, ພ້ອມກັນຕັ້ງໜ້າປະຕິບັດວຽກງານການເມືອງ-ແນວຄິດ ຕິດພັນກັບວຽກງານວິຊາສະ ເພາະ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ສະແດງອອກດ້ານຕົວເລກລາຍຮັບ ໃນປີ 2020 ສາມາດ ປະຕິບັດໄດ້ 86.719.532.297 ກີບ, ເທົ່າ 131,72% ຂອງແຜນການປີ(ດັດແກ້) ໃນນີ້: ລາຍຮັບສູນກາງ(ວີຊາ) 93.512.000 ກີບ,ເທົ່າກັບ 100% ຂອງແຜນການ ແລະລາຍຮັບທ້ອງຖິ່ນ 86.626.020.297 ກີບ, ເທົ່າກັບ 131,76 % ຂອງແຜນການປີ,ເທົ່າກັບ 3,04% ຂອງ GDP. ຖ້າທຽບໃສ່ ຂໍ້ມູນເດີນສຳຫລວດປີ 2019 ເທົ່າກັບ 123,55 %. ຄຽງຄູ່ກັບບັນຫາດັ່ງກ່າວ ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍ ກໍ່ໄດ້ສຸມໃສ່ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ດ້ານ: ນຳພາດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນວິທີນຳພາ ແລະ ປະຕິບັດໜ້າທີ່ການເມືອງ ສາມາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020.
ໃນໂອກາດດັ່ງກ່າວ ສະຫາຍ ຄຳບຸນ ດວງພະບາງ ຄະນະປະຈໍາພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງພັກ ແລະ ຄວາມໝາຍຄວາມສຳຄັນໃນການກໍ່ ສ້າງພັກໃຫປອດໃສ,ເຂັ້ມແຂງ,ໜັກແໜ້ນ ໃນ 5 ເນື້ອໃນ, ຄຽງຄູ່ກັບການໃຫ້ທິດຊີ້ນຳຕໍ່ຄະນະພັກ,ສະມາຊິກ ພັກສ່ວຍສອາກອນປະຈຳແຂວງ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ,ຜົນງານດ້ານດີ,ເດັດດ່ຽວປັບປຸງແກ້ໄຂ ຈຸດອ່ອນຄົງຄ້າງ ແລະສິ່ງທີ່ທ້າທາຍຕໍ່ພັກເຮົາ, ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ, ເພີ່ມທະວີເຄື່ອນໄຫວວຽກງານວິຊາສະເພາະ, ສາມາດປະຕິບັດໜ້າວຽກທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດຜົນ, ມີແນວຄິດການເມືອງໜັກແໜ້ນເຂັ້ມແຂງຕໍ່ການຈັດຕັ້ງ,ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງ ເພື່ອຮັບປະກັນໃຫ້ໜ່ວຍພັກເຮົາມີຄວາມປອດໃສ,ເຂັ້ມແຂງ,ໜັກແໜ້ນ ຕະຫລອດໄປ

