ກົມຄວບຄຸມພະຍາດໄທ ເຕືອນ 3 ພະຍາດລະບາດ ທີ່ອາດຈະເກີດຂຶ້ນ ໃນປີ 2024

ສຳນັກຂ່າວ thairath ລາຍງານ ວັນທີ 11 ມັງກອນ 2024, ດຣ ທົງໄຊ ກິດຕິຫັດທະຍາກອນ ອະທິບໍດີກົມຄວບຄຸມພະຍາດຂອງໄທກ່າວວ່າ: ກະຊວງສາທາລະນະສຸກ ມີລະບົບຂໍ້ມູນທີ່ທັນສະໄໝ ມີການຄາດຄະເນສະຖານະການພະຍາດທີ່ອາດຈະມີການລະບາດ ແລະ ເປັນພະຍາດທີ່ຕ້ອງເຝົ້າລະວັງຈາກຂໍ້ມູນການລະບາດ ແລະ ສະພາບແວດລ້ອມທີ່ເກີດຂຶ້ນ, ໃນປີ 2024 ນີ້ ອາດພົບການລະບາດຂອງ 3 ພະຍາດຄື:

–         ໂຄວິດ-19: ຖືເປັນພະຍາດທີ່ຕ້ອງຕິດຕາມສະຖານະການຢ່າງໃກ້ຊິດ ເນື່ອງຈາກມີການກາຍພັນຢ່າງຕໍ່ເນື່ອງ ເຖິງວ່າປະຊາຊົນສ່ວນໃຫຍ່ຈະມີພູມກຸ້ມກັນ ສາມາດຫລຸດຄວາມຮຸນແຮງເມື່ອຕິດເຊື້ອ ແຕ່ຕ້ອງເຝົ້າລະວັງໃນກຸ່ມຜູ້ສູງອາຍຸ, ເບົາຫວານ, ຄວາມດັນເລືອດສູງ, ໝາກໄຂ່ຫລັງ, ມະເຮັງ ແລະ ຜູ້ຍິງຖືພາ ຕ້ອງໄດ້ຮັບວັກຊີນຢ່າງໜ້ອຍປີລະ 1 ຄັ້ງ.

–         ພະຍາດໄຂ້ຫວັດໃຫຍ່ ເປັນພະຍາດລະບົບທາງເດີນຫາຍໃຈ, ເຊິ່ງມີຄວາມຮຸນແຮງເຮັດໃຫ້ເສຍຊີວິດໄດ້ ເຊິ່ງປະຊາຊົນສາມາດເຂົ້າສັກວັກຊີນເພື່ອປ້ອງກັນ ຢ່າງໜ້ອຍປີລະ 1 ຄັ້ງ.

–         ພະຍາດໄຂ້ເລືອດອອກ ເຊິ່ງມີຍຸງລາຍເປັນພາຫະ.

ນອກຈາກ 3 ພະຍາດນີ້ແລ້ວ, ຍັງຕ້ອງເຝົ້າລະວັງພະຍາດທີ່ມີໂອກາດລະບາດ ແລະ ສົ່ງຜົນກະທົບຕໍ່ປະຊາຊົນ ບໍ່ວ່າຈະເປັນ ພະຍາດຕາມລະດູການ ຫລື ພະຍາດທີ່ເປັນບັນຫາສະເພາະກຸ່ມ.