ສປປ ເກົາຫລີ ຂູ່ຮື້ຟື້ນໂຄງການນິວເຄຼຍ ຖ້າອາເມລິກາຍັງຂວ້ຳບາດ

ທາງການ ສປປ ເກົາຫລີ ຖະແຫລງເຕືອນອາເມລິກາວ່າ: ສປປ ເກົາຫລີ ຈະພິຈາລະນາຮື້ຟື້ນໂຄງການຂອງລັດຢ່າງຈິງຈັງທີ່ມີເປົ້າໝາຍເພື່ອພັດທະນາອາວຸດນິວເຄຼຍ, ຖ້າລັດຖະບານອາເມລິກາຍັງບໍ່ເລີກໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຕໍ່ ສປປ ເກົາຫລີ.
ກ່ອນໜ້ານີ້, ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ປະກາດໃນເດືອນເມສາ ເຖິງການສ້າງບັນຍາກາດແຫ່ງສັນຕິພາບຢູ່ແຫລມເກົາຫລີ ແລະ ຈະມຸ່ງເນັ້ນການຟື້ນຟູເສດຖະກິດຕາມລະບອບສັງຄົມນິຍົມ. ເຖິງຢ່າງໃດກໍຕາມ, ຖະແຫລງການກະຊວງຕ່າງປະເທດ ສປປ ເກົາຫລີ ລະບຸວ່າ: ສປປ ເກົາຫລີ ອາດກັບໄປສູ່ນະໂຍບາຍເກົ່າ, ຖ້າອາເມລິກາບໍ່ປ່ຽນແປງທ່າທີຈາກການຂວ້ຳບາດ ສປປ ເກົາຫລີ. ສຳລັບຂ່າວ KCN ຂອງທາງການ ສປປ ເກົາຫລີ ລາຍງານວ່າ: ສປປ ເກົາຫລີ ອາດກັບມາດຳເນີນນະໂຍບາຍ “ບາຢອນຈິນ” ຫລື ນະໂຍບາຍການພັດທະນາເສດຖະກິດ ແລະ ການທະຫານຄຽງຄູ່ກັນອີກເທື່ອໜຶ່ງ ໂດຍກຳລັງພິຈາລະນາຢ່າງຈິງຈັງ. ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ແລະ ທ່ານ ກິມ ຈ໋ອງອຸນ ໄດ້ລົງນາມໃນຂໍ້ຕົກລົງປົດສະນວນອາວຸດນິວເຄຼຍທີ່ສິງກະໂປໃນເດືອນມິຖຸນາ, ແຕ່ລັດຖະບານອາເມລິກາພັດເບິ່ງວ່າບໍ່ມີຄວາມຄືບໜ້າ ແລະ ຍັງຄົງໃຊ້ມາດຕະການຂວ້ຳບາດຢ່າງໜັກ ສົ່ງຜົນໃຫ້ ສປປ ເກົາຫລີ ບໍ່ພໍໃຈ ແລະ ກ່າວວ່າ: ອາເມລິກາໃຊ້ອິດທິພົນຂົ່ມຂູ່ ເຊິ່ງຖະແຫລງການຫລ້າສຸດນີ້ເປັນສັນຍານວ່າ: ສປປ ເກົາຫລີ ບໍ່ພໍໃຈລັດຖະບານອາເມລິກາເພີ່ມຂຶ້ນ.

