ສະຫວັນນະເຂດ ເປັນແຂວງທໍາອິດທີ່ທົດລອງໂຄງການປັບປຸງລະບົບການອອກໃບຂັບຂີ່ແບບເອເລັກໂຕຣນິກ

ວັນທີ 9 ມັງກອນ 2024 ນີ້, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ຈັດກອງປະຊຸມສໍາມະນາກ່ຽວກັບລະບົບ ແລະ ຂັ້ນຕອນການອອກໃບຂັບຂີ່ຢູ່ ສປປ ລາວ ພາຍໃຕ້ໂຄງການປັບປຸງໃບຂັບຂີ່ໃນ ສປປ ລາວ ແລະ ເປັນວຽກງານອັນສໍາຄັນຂອງປະຊາຊົນໃນການປັບປຸງທັກສະການຂັບຂີ່, ການຝຶກອົບຮົມ, ການສຶກສາດ້ານຄວາມປອດໄພທາງຫລວງ, ພັດທະນາ ແລະ ໝູນໃຊ້ລະບົບສະໝັກແບບອອນລາຍ ແລະ ລະບົບທົດສອບພາກສະໜາມແບບເອເລັກໂຕຣນິກ.

ສໍາລັບແຂວງສະຫວັນນະເຂດ ແມ່ນເປັນ ແຂວງທົດລອງທໍາອິດ ທີ່ໄດ້ຈັດສໍາມະນາ ທົດລອງ ເພື່ອນຳຜົນໄດ້ຮັບໄປພັດທະນາຕໍ່ຍອດ ແລະ ຂະຫຍາຍໄປແຂວງອື່ນໆ ໃນຂອບເຂດທົ່ວປະເທດ ແລະ ມີ 5 ແຂວງພາກກາງແລະພາກໃຕ້ ຄື: ຄໍາມ່ວນ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປືເຂົ້າຮ່ວມ  ໂດຍມີ 5 ວຽກຄື: ພັດທະນາລະບົບລົງທະບຽນສອບເສັງໃບຂັບຂີ່ ດ້ວຍລະບົບແບບ Online/Offline, ເຊິ່ງແບບອອນລາຍ Online Application System (OAS) ຫລື ເອີ້ນວ່າ DoT Smart App ເປັນຮູບແບບ ເວັບ, ແອັບ iOS, ແອັບ Android;   ພັດທະນາລະບົບສອບເສັງການຂັບຂີ່ຕົວຈິງ E-Driving ຊຶ່ງລວມມີໂປຣແກຣມ ແລະ ອຸປະກອນແຜງຄວມຄຸມ, sensor ຕ່າງໆ 1 ຊຸດ, ຕິດຕັ້ງຢູ່ 1 ສະໜາມ ແລະ ໃນລົດ 1 ຄັນ;   ພັດທະນາການເຊື່ອມຕໍ່ຂໍ້ມູນ (Integration) ລະຫວ່າງລະບົບທີ່ພັດທະນາຂຶ້ນໃໝ່ (OAS ແລະ E-Driving) ເຂົ້າກັບ ລະບົບການຂຶ້ນທະບຽນຍານພາຫະນະ ແລະ ສອບເສັງໃບຂັບຂີ່ (VRDLS);  ພັດທະນາຫຼັກສູດການຮຽນ-ການສອນ ການຂັບຂີ່ ແລະ ຈັດຝຶກອົບຮົມຄູສອນການຂັບຂີ່ ໃຫ້ພະນັກງານທີ່ກ່ຽວຂ້ອງ;  ຈັດກອງປະຊຸມ, ສໍາມະນາ ແລະ ເຜີຍແຜ່ປະຊາສໍາພັນ ໃຫ້ມວນຊົນຮັບຮູ້.

ທ່ານ ພຸດທະວິເສດ ພົມມະນີວົງ ຮອງຫົວໜ້າພະແນກຈະລາຈອນທາງບົກ ຕາງໜ້າໃຫ້ກົມຂົນສົ່ງ ກ່າວວ່າ: ເພື່ອສ້າງຂີດຄວາມສາມາດໃຫ້ແກ່ຂະແໜງການໂຍທາທິການ ແລະ ຂົນສົ່ງ, ໂຮງຮຽນສອນຂັບຂີ່ລົດ, ແຂວງ, ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງ ທີ່ເຮັດວຽກຕິດພັນກັບການກະກຽມ, ສອບເສັງການອອກໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ພາກທິດສະດີ ເຊັ່ນ: ການນໍາໃຊ້ລະບົບກະກຽມການສອບເສັງດ້ວຍລະບົບແບບ Online/Offline, ພາກປະຕິບັດຕົວຈິງ ໂດຍນຳໃຊ້ລະບົບ E-Driving ແລະ ຫລັກສູດການສອບເສັງຂອງ ທຸກໆປະເພດໃບຂັບຂີ່ຍານພາຫະນະຂົນສົ່ງທາງບົກ ໃນ ສປປ ລາວ.

ຂ່າວ: ແຂວງສະຫວັນນະເຂດ