ປະທານສະພາແຫ່ງຊາດລາວໄດ້ຮັບລາງວັນດີເດັ່ນ ຈາກກອງປະຊຸມໄອປາ ຄັ້ງທີ 41

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສຽງໃຕ້ ຫລື ໄອປາ(AIPA) ຄັ້ງທີ 41 ຜ່ານລະບົບທາງໄກ ທີ່ ສສ.ຫວຽດນາມ ເປັນເຈົ້າພາບ ໄດ້ສຳເລັດລົງດ້ວຍຜົນອັນຈົບງາມ ໃນວັນທີ 10 ກັນຍານີ້ ພາຍຫລັງດໍາເນີນມາເປັນເວລາ 3 ວັນ ໂດຍການເປັນປະທານຂອງ ທ່ານ ນາງ ຫງວຽນທິ ກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ.
ກອງປະຊຸມໄດ້ຮັບຮອງເອົາປະເທດໂມໂຣກໂກ (Morocco) ແລະ ປະເທດນອກແວ (Norway) ເປັນປະເທດສັງເກດການ, ພ້ອມທັງໄດ້ມອບລາງວັນປະກອບສ່ວນດີເດັ່ນ ຫລື ລາງວັນກິຕິມະສັກໄອປາໃຫ້ແກ່ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຕ່ອງທິຟ່ອງ ຮອງປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ແລະ ໄດ້ມອບ-ຮັບປະທານໄອປາ ຄັ້ງທີ 42 ປີ 2021 ໃຫ້ປະເທດບຣູໄນດາລູຊາລາມ.
ໃນພິທີມອບ-ຮັບລາງວັນ “ກິຕິມະສັກໄອປາ” ຂອງປະທານສະພາແຫ່ງຊາດລາວ, ຄະນະປະຈຳສະພາແຫ່ງຊາດ ໄດ້ມອບສິດໃຫ້ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດທີ່ປຶກສາ, ອຸປະທູດຊົ່ວຄາວ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂຶ້ນຮັບລາງວັນດັ່ງກ່າວແທນ.

