ຈັບກຸ່ມແກ້ງກວນເມືອງສ້າງຄວາມເນື່ອງນັນ 18 ຄົນ ມາສຶກສາອົບຮົມ

ໃນວັນທີ 13 ມີນາ 2021 ເວລາປະມານ 02:20 ໂມງ ກອງພັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງປະຕູໄຊ-ໄຟອຳນາດຫໍຄຳ-ທາງຕັດໃໝ່ບຶງທາດຫຼວງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງສັງຄົມ ສາມາດຈັບກຸ່ມຂີ່ລົດກວນເມືອງປະເພດລົດຈັກໄດ້ທັງໝົດ 9 ຄັນ,ມີລົດດັດແປງສະພາບເຕັກນິກລົດ 4 ຄັນ, ກັກຕົວຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍໄດ້ທັງໝົດ 18 ຄົນ, ຍິງ 6 ຄົນ.

ລົດຈຳນວນດັ່ງກ່າວແມ່ນເຈົ້າໜ້າທີ່ໄດ້ກັກ​ໄວ້ເພື່ອກວດກາລາຍລະອຽດທີ່ມາຂອງລົດ, ຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍແມ່ນໄດ້ເຮັດບົດບັນທຶກຊ່ອງໜ້າຜູ້ປົກຄອງແລ້ວຈະນຳມາສຶກສາອົບຮົມຕາມລະບຽບກົດໝາຍ.

ການກັກລົດຈັກ ແລະ ຄົນຄັ້ງນີ້ ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງມາຍັງພໍ່-ແມ່ຜູ້ປົກຄອງເອົາໃຈໃສ່ເບິ່ງແຍງລູກຫລານທີ່ບໍ່ທັນບັນລຸນິຕິພາວະ ຍັງຢູ່ໃນໄວຮຽນ ໃຫ້ເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ, ຕັກເຕືອນລູກ-ຫຼານຂອງຕົນບໍ່ໃຫ້ຂີ່ລົດເປັນພຶງເປັນແພ ແລະ ບໍ່ໃຫ້ດັດແປງສະພາບເຕັກນິກລົດ, ການຂີ່ລົດເປັນພຶງເປັນແພສ້າງຄວາມສັບສົນ ເຮັດໃຫ້ການສັນຈອນສັບສົນແມ່ນຜິດກົດລະບຽບຈາລະຈອນ ແລະ ສ່ຽງຕໍ່ການເກີດອຸປະຕິເຫດ.