ມຽນມາ ກຽມເພີ່ມພື້ນທີ່ປູກກາເຟຫລາຍພື້ນທີ່ ໃນປີ 2024

ຂ່າວຕ່າງປະເທດລາຍງານ, ທາງການມຽນມາໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ ມຽນມາກະກຽມພື້ນທີ່ປູກກາເຟໃນຫລາຍເຂດ ແລະ ຫລາຍລັດໃນປີນີ້ ໂດຍທ່ານພົນເອກ ມິນ ອ່ອງລາຍ ປະທານສະພາບໍລິຫານແຫ່ງລັດຂອງມຽນມາລະບຸວ່າ ກຳລັງມີການດຳເນີນມາດຕະການຕ່າງໆເພື່ອເພີ່ມພື້ນທີ່ປູກກາເຟ ໃນປີ 2024.

ບົດລາຍງານລະບຸວ່າ ການເພີ່ມພື້ນທີ່ປູກຝັງຄັ້ງນີ້ ຈະສາມາດສ້າງປະໂຫຍດໄດ້ໃນອະນາຄົດ. ທ່ານ ມິນ ອ່ອງລາຍ ຍັງກ່າວວ່າຈະສົ່ງເສີມການລົງທຶນ ໃນການຜະລິດກາເຟຂອງປະເທດໂດຍລະບຸວ່າ ມີທີ່ດິນຈັດສັນພ້ອມສຳລັບການປູກຝັງ. ມຽນມາ ປູກກາເຟສ່ວນຫຼາຍແມ່ນຢູ່ໃນລັດສານ ແລະ ຫລາຍເຂດເຊັ່ນ: ເມືອງຢອງຫ້ວຍ ເມືອງຢວາງັນ ແລະ ເມືອງພິນອູນວິນຕະຫຼອດຈົນຮອດໃນລັດສິນ ແລະ ເຂດພະໂຄ ໂດຍເນື້ອທີ່ປູກກາເຟ 80% ຂອງປະເທດເປັນກາເຟອາຣາບິກາ.

ນັບເຖິງປັດຈຸບັນ, ມຽນມາຜະລິດກາເຟຫລາຍກວ່າ 9.000 ໂຕນຕໍ່ປີ ຊຶ່ງລວມເຖິງກາເຟອາຣາບິກາຫຼາຍກວ່າ 7.000 ໂຕນ ແລະ ກາເຟໂຣບັສຕາຫຼາຍກວ່າ 2.000 ໂຕນ ທາງດ້ານສະມາຄົມກາເຟຂອງມຽນມາເປີດເຜີຍວ່າ ມຽນມາສົ່ງອອກແກ່ນກາເຟໄປຫຼາຍປະເທດເຊັ່ນ: ອັງກິດ ອາເມຣິກາ ຍີ່ປຸ່ນ ຈີນ ໄທ ແລະ ອົສຕຣາລີ.