ໄທ ປັບຂຶ້ນຄ່າແຮງຂັ້ນຕໍ່າຂຶ້ນ 5% ເລີ່ມປະຕິບັດວັນທີ 1 ຕຸລາ 2022 ນີ້

ກະຊວງແຮງງານປະເທດໄທ ໄດ້ມີມະຕິເພີ່ມຄ່າແຮງງານຂັ້ນຕໍ່າປະມານ 5% ຫລື ປະມານ 8-22 ບາດ ໂດຍຈະເລີ່ມປະຕິບັດໃນວັນທີ 1 ຕຸລາ 2022 ນີ້ເປັນຕົ້ນໄປ. ການປັບຂຶ້ນຄ່າແຮງຄັ້ງນີ້ຖືວ່າເປັນຄັ້ງທຳອິດນັບແຕ່ປີ 2020 ເປັນຕົ້ນມາ ໂດຍຄ່າແຮງຂັ້ນຕໍ່າຂອງໄທກ່ອນໜ້ານີ້ຢູ່ປະມານ 313-336 ບາດ/ວັນ ແລະ ນັບແຕ່ເດືອນຕຸລາ2022ເປັນຕົ້ນໄປ ລະດັບຄ່າແຮງຂັ້ນຕໍ່າຈະຢູ່ທີ່ 328-354 ບາດ/ວັນ, ການຂຶ້ນຄ່າແຮງງານຈະແບ່ງອອກເປັນ 9 ກຸ່ມ,ໂດຍຈັງຫວັດຊົນບູຣີ, ຣະຍອງ ແລະ ພູເກັດ ໄດ້ເພີ່ມຂຶ້ນສູງສຸດເປັນ 354 ບາດ/ວັນ, ສ່ວນຈັງຫວັດທີ່ມີຄ່າແຮງງານຕໍ່າສຸດ ຫລັງປັບຂຶ້ນ ມີ: ຈັງຫວັດ ຢະລາ, ປັດຕານີ, ນາຣາທິວັດ, ນ່ານ ແລະ ອຸດອນທານີ ເຊິ່ງຄ່າແຮງເພີ່ມຂຶ້ນເປັນ 328 ບາດ.